ຍິງສາວລາວ ຖືກຫລອກລວງ ໄປເຮັດວຽກ ໃນປະເທດໄທ

ມີການກວດເຫັນ ຜູ້ຍິງສາວລາວ ຈາກທາງພາກເໜືອ ຈຳນວນຫລາຍ ທີ່ຖືກຫລອກລວງ ໄປຂາຍຕາມຮ້ານຂາຍເຫລົ້າ ໃນຝັ່ງໄທ.

ເຈົ້າໜ້າທີ່ ​ຂອງ​ອົງກາ​ນຮ່ວມ​ມື ສະຫະ​ປະຊາ​ຊາດກ່ຽວກັບ ​ການ​ຕໍ່ຕ້ານ​ການ​ຄ້າ​ມະນຸດຫລື UNIAP ທີ່​ນະຄອນຫລວງ​ວຽງຈັນ ​ເປີດ​ເຜີຍ​​ເຖິງ ​ພວກ​ຜູ້ຍິງ​ສາວ​ລາວທີ່​ຍັງ​ມີ​ ອາຍຸ​ນ້ອຍຊຶ່ງ​ຖືກຫລອກ​ລວງ​ ຈາກ​ເຂດ​ຊົນນະບົດ​ ຂອງ​ລາວ ​ໄປ​ເຮັດ​ວຽກ ຢູ່​ຝັ່ງ​ໄທວ່າ:

"ສ່ວນ ທີ່ ຖືກ ຫລອກ ແມ່ນ ຈະ ຖືກ ຫລອກ ໄປ ໄທ ນໍ. ມີ ກໍລະນີ ຄື ວ່າ ຖືກ ຫລອກ ຈາກ ທາງ ພາກ ເໜືອ ຂ້າມ ໄປ ໄທ ແຕ່ ວ່າ ຜູ້ ສິມາ ເຮັດ ວຽກຢູ່ ໃນ ຕົວ ເມືອງ ໃຫຍ່ ຫັ້ນກໍ ມີ ນໍ, ​ ເຮັດ ວຽກນຳ ແບບ ຮ້ານ ຂາຍ ເຄື່ອງ ດື່ມຈັ່ງຊີ້ຫັ້ນນະ ."

ພ້ອມ​ກັນນັ້ນທ່ານຍັງ​ກ່າວ​ຕໍ່​ໄປ​ວ່າສຳລັບ​ເດັກນ້ອຍ​ ຜູ້ຍິງ​ລາວທິ່ຖືກ​ຫລອກ​ ໄປ​ຂາຍ ​ບໍລິການຢູ່​ປະ​ເທດ​ໄທ​ ທີ່​ທາງ​ເຈົ້າໜ້າທີ່ ​ຕຳຫລວດສາມາດ​ ຊ່ວຍ​ໄດ້ ​ແລະ ​ບໍ່ສາມາດ​ ຊ່ວຍ​ໄດ້​ນັ້ນຍັງບໍ່ມີ​ສະຖິຕິທີ່​ແນ່ນອນ ​ເນື່ອງ​ຈາກ​ວ່າຍັງ​ບໍ່ທັນ​ມີ ໜ່ວຍງານ​ໃດ ​ເກັບ​ກຳ​ຂໍ້​ມູນ ​ໃນ​ເລື່ອງ​ນີ້ ​ໂດຍ​ກົງ.

ທ່ານ ​ໄດ້​ອະທິບາຍ ​ເຖິງ​ເຫດຜົນທີ່​ບໍ່ມີ​ ການ​ເຮັດ​ສະຖິຕິ ​ກ່ຽວກັບ ​ເລື່ອງ​ນີ້ ​ໂດຍ​ກົງວ່າ:

" ພາະວ່າ ເຮົາ ບໍ່ ໄດ້ ເຮັດ ການ ສຳ ຫລວດ ມີ ແຕ່ ວ່າ ຜູ້ນັ້ນ ເຫັນ ຜູ້ນີ້ ເຫັນ ຜູ້ນັ້ນ ເວົ້າ ຜູ້ນີ້ ເວົ້າຊື່ໆ ຄັນ ສິ ເຮັດ ສຳ ຫລວດ ມັນ ກໍ ບໍ່ ແມ່ນ ເລື່ອງ ງ່າຍ ເຮົາ ກໍ ຕ້ອງ ໄດ້ ໄປ ຊອກ ກະຊວງ ວັດທະນະທຳ ບາງ ເທື່ອ ທ່ານບໍ່ ໃຫ້ ເຮັດ ຊ້ຳການ ສຳ ຫລວດ ທາງ ດ້ານ ເລື່ອງ ນີ້."

​ແຕ່​ເຖິງ​ຢ່າງ​ ໃດ​ກໍ​ຕາມ ​ເຈົ້າໜ້າທີ່ທ່ານ​ດຽວກັນນີ້ກໍ​ໄດ້​ບອກ​ໃຫ້​ຮູ້​ວ່າ ​ເວລາ​ນີ້ 6 ປະ​ເທດ​ໃນພູມີພາກ​ລຸ່ມ​ແມ່ນ້ຳຂອງຊຶ່ງ​ມີລາວ ​ໄທກຳ​ພູ​ຊາພະມ້າວຽດນາມ ​ແລະ​ຈີນພະຍາຍາມ ​ເຮັດ​ຂໍ້​ຕົກລົງ ​ຮ່ວມ​ກັນ ​ເພື່ອ​ແກ້​ໄຂ​ບັນຫາ​ ການສະ​ແຫວ​ງ ຫາ​ຜົນ​ປະ​ໂຫຍ​ ດທາງ​ເພດ ​ຈາກ​ເດັກທັງ​ໃນ​ຮູບ​ແບບ ​ຂອງກອງ​ປະຊຸມ, ການ​ອອກ​ກົດໝາຍ, ການ​ສົ່ງ​ກັບຄືນ ປະ​ເທດ​ເດີມ. ​ແຕ່​ຕ້ອງ​​ໃຊ້​ເວລາ ​ໃນ​ການ​ລວບ​ລວມ ຄວາມ​ເຫັນຈາກ​ທຸກ​ຝ່າຍ ​ເພາະ​ມັນ​ມີ ​ຫລາຍ​ເລື່ອງຮວມທັງ​ເລື່ອງ ​ການບໍ່ມີ​ ສັນຊາດ ​ແລະ ​ການ​ຂາດ​ການ​ສຶກສາ ​ນຳ​ດ້ວຍ. ດັ່ງນັ້ນ ຕ້ອງ​ໄດ້​ອາ​ໃສ​ ຫລາຍ​ພາກສ່ວນຈະ​ໃຫ້ໜ່ວຍງານ​ໃດໜ່ວຍງານ​ນຶ່ງ ​ເຮັດ​ຜູ້ດຽວ ​ແມ່ນ​​ເປັນ​ໄປບໍ່​ໄດ້.