ຜແນກຕ້ານຄ້າມະນຸດ NGO ຂາດອິສຣະຢູ່ລາວ

ອົງການ ເອກກະຊົນ NGO ເພື່ອຕໍ່ຕ້ານ ການຄ້າມະນຸດ ໃນລາວ ບໍ່ມີ ອິສຣະພາບ ໃນການ ປະຕິບັດ ວຽກງານ ໃນລາວ.
ມະນີຈັນ
2010.05.11

ອົງການ ເອກກະຊົນ NGO ດ້ານການແກ້ໄຂ ບັນຫາ ການຄ້າມະນຸດ ໃນລາວ ຖືກຈໍາກັດ ອິສຣະພາບ ໃນການເຮັດວຽກງານ ເພາະຕ້ອງໄດ້ເຮັດ ເອກສານຣາຍງານ ຢ່າງລະອຽດ ໃຫ້ທາງການ ກ່ຽວຂ້ອງ ຂອງລາວ ເພື່ອຂໍຄໍາເຫັນ ຊຶ່ງກວ່າຈະໄດ້ຮັບ ອະນຸມັດ ການເຮັດວຽກ ກໍມີຄວາມລ່າຊ້າ ແລະຖ້າຫາກວ່າ ທາງການກ່ຽວຂ້ອງ ຂອງລາວ ບໍ່ເຫັນພ້ອມນໍາ ກໍຕ້ອງຍົກເລີກ ໂຄງການນັ້ນໄປ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກອົງການ NGO ດ້ານການແກ້ໄຂ ບັນຫາຄ້າມະນຸດ ຊາວໄທ ທີ່ເຮັດວຽກ ໃນລາວ ທ່ານນຶ່ງ:

"ທ່ານວ່າ ທາງ ປະເທດລາວ ຖ້າ NGO ໃດ ທີ່ບໍ່ໄດ້ເຊັນ ບັນທຶກ ຄວາມເຂົ້າໃຈ MOU ເຮັດວຽກຕ້ານການ ຄ້າມະນຸດກັບລາວ ທາງລາວຈະບໍ່ໃຫ້ ເຄື່ອນໃຫວ ຫລືການ ປະຕິບັດງານ ຈະບໍ່ມີຄວາມ ສະດວກ  ບໍ່ມີຄວາມເປັນ ອິສຣະພໍເທົ່າໃດ".

ແລະນັ້ນ ກໍເປັນອຸປສັກ ສໍາຄັນ ທີ່ເຮັດໃຫ້ ເຈົ້າໜ້າທີ່ NGO ລົງເກັບຂໍ້ມູນ ສະພາບຄວາມເປັນຈິງ ຂອງຜູ້ຄ້າ ປະເວນີ ຜູ້ຕິດເຊື້ອເອດສ ແລະບ່ອນທີ່ສ່ຽງ ໃນການແຜ່ ຣະບາດຈາກບ່ອນ ຂາຍຍິງບໍຣິການ ຮວມໄປເຖິງ ບ້ານປະຊາຊົນ ທີ່ມີຂະບວນ ການຄ້າມະນຸດ ເຂົ້າໄປແຊກຊຶມນັ້ນ ເປັນໄປໄດ້ຍາກ.  

ຖ້າເວົ້າສະເພາະ ເຈົ້າໜ້າທີ່ລາວ ກໍມີຈໍານວນ ບໍ່ຫລາຍທີ່ຈະ ລົງໄປເຮັດວຽກ ເລື່ອງນີ້ຢ່າງຈິງຈັງ. ດັ່ງນັ້ນ ບັນຫາສັງຄົມ ກໍເພີ່ມຂຶ້ນ ຊຶ່ງຈະສົ່ງຜົລ ກະທົບຕໍ່ຊີວິດ ຂອງ ປະຊາຊົນລາວ ຢ່າງບໍ່ຮູ້ຈົບສິ້ນ ແລະການທີ່ NGO ຈະເຂົ້າມາເຮັດວຽກ ໃຫ້ການຊ່ວຍເຫລືອ ແກ້ໄຂບັນຫານັ້ນ ກໍເປັນເລື່ອງທີ່ ເປັນໄປໄດ້ຍາກ.

ທ່ານກ່າວຕໍ່ໄປ ວ່າມີອົງການ ເອກກະຊົນ ຈໍານວນບໍ່ໜ້ອຍ ໃຫ້ຄວາມສົນໃຈ ບັນຫາໃນລາວ ແລະພຍາຍາມ ຕິດຕໍ່ໂດຍຜ່ານ ຣັຖບານລາວ  ແຕ່ກໍບໍ່ຄ່ອຍໄດ້ ຮັບຄວາມ ສະດວກ ມີຄວາມລ່າຊ້າ ເພາະຕ້ອງໄດ້ຂໍ ອະນຸຍາດ ຜ່ານຫລາຍຂັ້ນຕອນ ຫລາຍຣະດັບ ການບໍຣິຫານ ຈັດການ.  

ດັ່ງນັ້ນອົງການ NGO ທີ່ນ້ອຍໆຈະເຂົ້າ ໄປປະຕິບັດ ງານໄດ້ຍາກ ຊຶ່ງຈະສັງເກດ ໄດ້ວ່າມີພຽງ ອົງການ NGO ທີ່ໃຫຍ່ ມີສາຍສັມພັນ ກັບເຈົ້າໜ້າທີ່ ຂັ້ນສູງຂອງລາວ ເທົ່ານັ້ນອາຈໄດ້ ຮັບການອະນຸມັດ ແຕ່ຕ້ອງຢູ່ພາຍໃຕ້ ການດູແລຂອງ ຣັຖບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.