ຊາວເກົາຫລີເໜືອ ວ່າຖືກທະຫານລາວ ຈີ້ເອົາເງິນ

ຊາວເກົາຫລີເໜືອ ທີ່ຖືກ ທະຫານລາວ ໃຊ້ປືນຂູ່ ແລະຈີ້ເອົາເງິນ 3800ຢວນ ນັ້ນໄດ້ຖືກຈັບ ຢູ່ແຂວງຊຽງຮາຍ ຖານເຂົ້າເມືອງ ຜິດກົດໝາຍ.
ມະນີຈັນ
2009.09.18

ຊາວເກົາຫລີເໜືອ ພັດຖີ່ນ ທີ່ຜິດກົດໝາຍ 14ຄົນ, ຖືກເຈົ້າໜ້າທີ່ໄທ ຈັບຢູ່ໃກ້ທ່າເຮືອ ເມືອງຊຽງແສນ ແຂວງຊຽງຮາຍ, ຊຶ່ງຕັ້ງຢູ່ ກົງກັນຂ້າມກັບ ແຂວງບໍ່ແກ້ວ ຂອງລາວ. ເມື່ອຕອນເຊົ້າຂອງ ວັນພຣະຫັດ ທີ17ກັນຍາ ນີ້. ຕາມຣາຍງານຂ່າວTNA.

ພັກເອກ ສຸລັກ ສ້າງງ່ຽມຫລັກ ປະຈໍາ ສຖານີຕໍາຣວດ ນໍ້າຊຽງແສນ ໄດ້ໃຫ້ການວ່າ, ທີມປະຕິບັດງານ ຂອງທ່ານໄດ້ຈັບ ຊາວເກົາຫລີເໜືອ ກຸ່ມນຶ່ງ, ຊຶ່ງມີຜູ້ຊາຍ3ຄົນ  ຜູ້ຍີງ11ຄົນ ແລະ ໃນຈຳນວນນັ້ນ ມີເດັກນ້ອຍຍີງ ອາຍຸ7ເດືອນຄົນນຶ່ງ, ທີ່ລັກລອບເດີນທາງ ຈາກພາກໃຕ້ສຸດ ຂອງເກົາຫລີເໜືອ ຜ່ານຈີນ ແລະກໍຜ່ານລາວ. ອອກຈາກລາວ ກໍຂີ່ເຮືອໄວ ຂ້າມນ້ຳຂອງໄປ ຝັ່ງໄທທີ່ ເມືອງຊຽງແສນ, ເພື່ອຄອຍຖ້າພວກ ນາຍໜ້າ ຊຶ່ງເປັນຄົນໄທ ມາຮັບເອົາ ໄປບາງກອກ.

ທ້າວ Sae Miang Sul ນຶ່ງໃນຈໍານວນ ຊາວເກົາຫລີເໜືອ, ທີ່ລັກລອບເຂົ້າເມືອງນັ້ນ ໄດ້ເວົ້າຜ່ານລ່າມ ວ່າ: ຕອນຢູ່ລາວ ມີຊາຍຄົນນຶ່ງ ທີ່ອ້າງວ່າເປັນ ທະຫານ ລາວ ໄດ້ຍຶດເອົາເງິນ ຂອງຕົນໄປ ຈຳນວນ3800ຢວນ  ຫລືປະມານ543ໂດລາ ສະຫະຣັດ ແລະທັງເອົາປືນຂູ່ ພວກຕົນທັງ14ຄົນ. ດັ່ງນັ້ນ, ພວກຕົນຈຶ່ງຟ້າວ  ຂ້າມນໍ້າຂອງ ເຂົ້າຫາຝັ່ງໄທ ຢ່າງຟ້າວຟັ່ງ, ເພື່ອຄວາມປອດໄພ ຂອງໝົດທຸກຄົນ.

ຊາວເກົາຫລີເໜືອ ກຸ່ມດັ່ງກ່າວ ມີອາຍຸຣະຫວ່າງ 2ປີຫາ51ປີ, ຂນະນີ້ຖືກກັກຕົວ ໄວ້ຢູ່ສຖານີຕໍາຣວດ ເມືອງຊຽງແສນ ໃນຂໍ້ຫາເຂົ້າເມືອງ ຜິດກົດໝາຍ.

ນາຍຕໍາຣວດໄທ ໄດ້ແຈ້ງໃຫ້ຮູ້ອີກວ່າ: ເມື່ອຕົ້ນເດືອນ ກັນຍາ ຜ່ານມາ, ຕໍາຣວດນໍ້າເຂດ ຊຽງແສນ ກໍໄດ້ຈັບ ຊາວເກົາຫລີເໜືອ ພັດຖີ່ນ ຜິດກົດໝາຍກຸ່ມນຶ່ງ, ມີທັງໝົດ10ຄົນ ຊຶ່ງມີທັງເດັກນ້ອຍ ຂນະທີ່ພວກຂະເຈົ້າ ຄອຍຖ້ານາຍໜ້າ ຄ້າມະນຸດຊາວໄທ, ທີ່ຈະມາຮັບໄປ ສຖານທີ່ພັກ ກ່ອນໜ້າຈະສົ່ງ ຕໍ່ໄປທີ່ປະເທດ  ເກົາຫລີໃຕ້ ເພື່ອຂໍລີ້ໄພ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.