ຍິງສາວລາວຖືກທໍາຮ້າຍ ຈົນເສັຽຊີວິດ
2010.10.14
ກົດຟັງສຽງ
ຈາກຄະດີ ຕົວະຍົວະ ຍິງສາວລາວ ໄປຄ້າປະເວນີ ທີ່ຮ້ານຊະນາທິບ ຄາຣາໂອເກະ, ເມືອງລົບບຸຣີ ທີ່ເຈົ້າໜ້າທີ່ ຈາກກອງບັງຄັບການ ປາບປາມ ການກະທໍາຜິດ ກ່ຽວກັບ ການຄ້າມະນຸດ ໄດ້ຈັບກຸມ ຜູ້ກະທໍາຜິດ ມາຂັງໄວ້ຮຽບຮ້ອຍແລ້ວ. ຈາກຄະດີ ດັ່ງກ່າວ ມີຍິງສາວລາວ ຄົນນຶ່ງ ເສັຍຊີວິດ ເນື່ອງຈາກ ຖືກທໍຣະມານ ແລະ ໄດ້ມີຄົນນໍາສົບ ຂອງນາງ ໄປເຜົາ ທີ່ວັດນາຣາຍ ແຂວງລົບບຸຣີ ເພື່ອອໍາພາງຄະດີ. ອີງຕາມການເປີດເຜີຍ ຂອງ ທ່ານ ສຸຣະເຊດ ຫັກພານ, ຜູ້ກໍາກັບ ເຈົ້າໜ້າທີ່ ປາບປາມ ກອງ 3.
"ທ່ານ ກ່າວວ່າ ອອກໝາຍຈັບ ເນື່ອງຈາກວ່າ ມີຄົນທີ່ເອົາສົບ ຂອງຜູ້ຍິງ ຊາວລາວ ໄປເຜົາ ຫລັງຈາກ ທີ່ເສັຍຊີວິດແລ້ວ, ຊຶ່ງເຣື້ອງນີ້ ເປັນເຣື້ອງທີ່ທໍາລາຍ ສົບ. ການຮັບສົບ ຈາກໂຮງພຍາບານ ໃນກໍຣະນີ ຜູ້ເສັຍຊີວິດນັ້ນ, ການຮັບສົບ ຈະຕ້ອງ ແມ່ນຜູ້ເປັ ພໍ່ແມ່ມາຮັບ. ອັນນີ້ ເປັນຣະບຽບ, ຊຶ່ງໃນຂັ້ນນີ້ ມີຄວາມຜິດຖານປິດບັງ ອໍາພາງ ຫລັກຖານ ຄື ສົບນັ້ນ, ຊຶ່ງມີໂທດ ຢ່າງຮຸນແຮງ, ໂທດເຖິງ ປະຫານຊີວິດ.”
ທ່ານກ່າວຕື່ມວ່າ ໃນກໍຣະນີ ຂອງຜູ່ທີ່ມາຕິດຕໍ່ ຮັບສົບ ຂອງຍິງສາວລາວນີ້ ສືບຊາບວ່າ ເປັນຊາວໄທ ແລະ ຮູ້ຕົວ ຢ່າງແທ້ຈິງແລ້ວ, ທາງໜ່ວຍງານ ສືບສວນໄດ້ມີຂໍ້ມູນ ຫລັກຖານ ຮຽບຮ້ອຍແລ້ວ ແລະ ຈະຕ້ອງໄດ້ຮວບຮວມ ຫລັກຖານທັງໝົດ ທີ່ມີຢູ່ ຢື່ນຕໍ່ສານ, ເພື່ອຂໍອໍານາດໝາຍຈັບ ບຸກຄົນ ດັ່ງກ່າວ ພາຍໃນອາທິດໜ້າ, ແລະ ດໍາເນີນ ຄະດີ ຕໍ່ຜູ້ກະທໍາຜິດ ຕໍ່ໄປ. ສ່ວນເຣື້ອງ ຂອງສົ່ງເຖົ່າກະດູກ ຍິງສາວ ຊາວລາວ ເພື່ອສົ່ງຄືນ ໃຫ້ຜູ້ປົກຄອງ ທີ່ປະເທດລາວນັ້ນ ທາງສະຖານທູດລາວ ໄດ້ດໍາເນີນການ ເປັນທີ່ຮຽບຮ້ອຍແລ້ວ ດັ່ງເຈົ້າໜ້າທີ່ ຜູ່ດຽວກັນນີ້ ກ່າວວ່າ:
“ທ່ານ ກ່າວວ່າ ທາງການລາວ ເອົາຈິງເອົາຈັງ ກ່ຽວກັບເຣື້ອງນີ້ ເນື່ອງຈາກວ່າ ເປັນຄົນ ຂອງປະເທດລາວ ຂນະນີ້ ໃນສ່ວນຂອງທາງ ສະຖານທູດ ລາວ ກໍໄດ້ດໍາເນີນ ການເກັບກະທູກ ຈາກວັດດັ່ງກ່າວໄປ. ໃນເວລານີ້ ທາງສະຖານທູດລາວ ໄດ້ຈັດສົ່ງກະດູກ ຂອງເດັກຄົນດັ່ງກ່າວ ໄປໃຫ້ກັບພໍ່ແມ່ ຮຽບຮ້ອຍແລ້ວ ທີ່ປະເທດລາວ.
ທ່ານ ສຸຣະເຊດ ກ່າວໃນຕອນທ້າຍ ວ່າ ທາງ ເຈົ້າໜ້າທີ່ ໄທ ຈະປະສານງານ ຢ່າງຕໍ່ເນື່ອງ ແລະ ເລັ່ງດ່ວນ ເພື່ອສືບສວນ ແລະ ຈັບກຸມ ຄົນຮ້າຍ ທີ່ເຫລືອຢູ່ ມາລົງໂທດ ອີກ. ທັ້ງນີ້ ການຄຸ້ມຄອງ ພະຍານ ແລະ ເລັ່ງຊ່ອຍເຫລືອ ເຫຍື່ອ ທີ່ຍັງບໍ່ສາມາດ ຊ່ອຍໄດ້ທັງໝົດ.









