ການໂຍກຍ້າຍອົພຍົບ ທີ່ຜິດກົດໝາຍ

ສປປລາວ ແລະ ອິນໂດເນເຊັຍ ເປັນທາງຜ່ານ ຂອງຄົນອົພຍົບ ໂຍກຍ້າຍ ທີ່ຜິດກົດໝາຍ
ໂພໄຊສວັດ
2010.10.25

ກົດຟັງສຽງ

ສາຍລາຍງານ ເປີດເຜີຍ ຕໍ່ແຫລ່ງຂ່າວ Sunday Observer ວ່າ ສປປລາວ ແລະ ອິນໂດເນເຊັຍ ເປັນທາງຜ່ານອີກ ສອງແຫ່ງຂອງການ ອົພຍົບໂຍກຍ້າຍຄົນ ທີ່ຜິດກົດໝາຍ ຂອງສະມາຊິກ ປົດປ່ອຍ ເສືອທະມິນ ຈາກປະເທດ ສີລັງກາ ຮວມທັງປະເທດໄທ ເພື່ອເດີນທາງໄປ ປະເທດຕາເວັນຕົກ ຫລື ອອສເຕຣເລັຍ, ສາຍລາຍງານຕື່ມວ່າ ເຮືອບັນທຸກຄົນ ໄດ້ລ່ອງອອກຈາກ ອ່າວໄທ ທີ່ມີພວກອົພຍົບ ຂໍລີ້ພັຍ ໄປປະເທດເຫລົ່ານັ້ນ.

ໃນການ ປະຕິບັດງານ ຂອງເຈົ້າໜ້າທີ່ໄທ ຫວ່າງມໍ່ໆມານີ້, ທາງການໄດ້ຈັບ ຜູ້ອົພຍົບໂຍກຍ້າຍ ສະຖານທີ່ ຈຳນວນ 155 ຄົນ ທັງໝົດເປັນຊາວ ສີລັງກາ ເສືອທະມິນ. ສາຍລາຍງານ ເປີດເຜີຍອີກວ່າ ຜູ້ຖືກຈັບບາງຄົນ ມີໃບອະນຸຍາດ ຜ່ານແດນ ທີ່ໝົດອາຍຸ ແລະຕ້ອງຖືກສົ່ງໂຕ ກັບປະເທດຕົ້ນທາງ ສີລັງກາ ແຕ່ອົງການປົດປ່ອຍ ເສືອທະມິນ ໄດ້ກົດດັນ ທາງການໄທ ຜ່ານອົງການ ສິດທິມະນຸດ ໃຫ້ປ່ອຍກຸ່ມ ດັ່ງກ່າວ.

ສາຍລາຍງານ ຍັງບອກອີກວ່າ ທັງໝົດນີ້ເປັນຝີມື ຂອງຂະບວນການ ຄ້າມະນຸດສາກົນ ທີ່ມີສຳນັກງານ ຢູ່ປະເທດອັງກິດ, ຝຣັ່ງເສດ ແລະການາດາ. ຫົວໜ້າ ຂອງຂະບວນການນີ້ ມີຊື່ຫຍໍ້ວ່າ Shankar ເປັນຄົນສັນຊາດ ອັງກິດ ແລະ ໄດ້ໂຍກຍ້າຍໄປຢູ່ ປະເທດຝຣັ່ງເສດ ເພາະກຳລັງຖືກ ສືບສວນ ຍ້ອນວ່າໄດ້ຮັບເງິນ ຫລາຍລ້ານໂດລາ ຈາກກິຈການ ໂຍກຍ້າຍຄົນ ແບບຜິດກົດໝາຍ.

ແຜນໂຍກຍ້າຍຄົນໄປ ປະເທດການາດາ ຫວ່າງມໍ່ໆມານີ້ ບໍ່ໄດ້ຮັບຄວາມສຳເຣັດ, ແຕ່ລາຍງານກໍວ່າ ເຮືອລຳຕໍ່ໄປ ຈະອອກເດີນທາງ ໃນມໍ່ໆນີ້, ຍ້ອນວ່າ ມີຄວາມກົດດັນ ຈາກພວກທີ່ຈ່າຍ ຄ່າເດີນທາງ ລ່ວງໜ້າໄປແລ້ວ ແລະ ຍັງມີພວກທີ່ຖືກ ກັກຂັງຢູ່ໃນໄທ ກໍໄດ້ມີການ ຈ່າຍຄ່າເດີນທາງ ທາງເຮືອໄປແລ້ວ ເຊັ່ນດຽວກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.