ຈີນ ປະຕິເສດ ຄໍາກ່າວຫາ ທີ່ວ່າ ຕົນ ເປັນຕົ້ນເຫດ ພັຍແຫ້ງແລ້ງ

ທີ່ປຶກສາ ທາງການເມືອງ ສະຖານທູດຈີນໃນບາງກອກ ຊີ້ແຈງວ່າ ການກ່າວຫາ ວ່າ ການສ້າງເຂື່ອນໃນຈີນ ເປັນສາເຫດ ຂອງຄວາມແຫ້ງແລ້ງ ໃນແມ່ນໍ້າຂອງນັ້ນ ເປັນການກ່າວຫາ ທີ່ບໍ່ຖືກຕ້ອງ ແລະບໍ່ມີຫລັກຖານ
ມະນີຈັນ
2010.03.11

ທີ່ສະຖານເອກອັກຄະຣາຊທູດ ສາທາຣະນະຣັຖ ປະຊາຊົນຈີນໃນບາງກອກ ວັນທີ 11 ມິນານີ້ ມີການແລງຂ່າວ ກ່ຽວກັບສຖານະການ ພັຍແຫ້ງແລ້ງໃນແມ່ນໍ້າຂອງ ໂດຍທ່ານເຈີ້ນເຕິະໄຫ່ ທີ່ປຶກສາ ທາງການເມືອງແລະ ​​ໂຄສົກ ປະຈໍາສະຖານທູດຈີນໄດ້ກ່າວວ່າ ຈີນ ຍຶດຖືຫລັກການ ພັທນາຢ່າງຍັ້ງຍືນ  ແລະຄໍານຶງເຖິງ ຜົລປະໂຫຍ ຂອງປະເທດ ທີ່ຢູ່​ໃຕ້ ລົງມາເປັນຫລັກ.  ພ້ອມດຽວກັນ ທ່ານກໍໄດ້ກ່າວເຖິງກະແສຂ່າວ ທີ່ໂຈມຕີວ່າ ຈີນເປັນຕົ້ນເຫດ ຂອງພັຍແຫ້ງແລ້ງ ວ່າ:

”ຊ່ວງນີ້ພັຍແຫ້ງແລ້ງ ໃນພາກອິສານ ແລະພາກເໜືອຂອງໄທ ແລະ ການກໍ່ສ້າງເຂື່ອນ ໃນປະເທດຈີນ ກໍາລັງເປັນປະເດັນ ທີ່ໄດ້ຮັບຄວາມສົນໃຈ ຈາກຫລາຍໆຝ່າຍ ຕົວທ່ານເອງ ກໍໄດ້ຮັບຊາບຂ່າວ ຈາກສື່ບາງແນງວ່າ ພັຍແຫ້ງແລ້ງ ທີ່ເກີດຂຶ້ນນັ້ນ ມີສ່ວນກ່ຽວຂ້ອງ ກັບການສ້າງເຂື່ອນໃນຈີນ ແລະ ເປັນສາເຫດຫລັກ ທີ່ເຮັດໃຫ້ ເກີດສພາບ ພັຍແຫ້ງແລ້ງ ຢ່າງຮ້າຍແຮງ ໃນພາກເໜືອ ພາກອິສານ ແລະ ພື້ນທີ່ບາງແຫ່ງ  ຊຶ່ງທ່ານຂໍຢໍ້າວ່າ ການກ່າວຫາ​​ ເຊັ່ນນັ້ນ ຂາດຫລັກຖານ ແລະ ເປັນການກ່າວຫາ ທີ່ບໍ່ຖືກຕ້ອງ.”

ເພາະ ບໍ່ພຽງແຕ່ ປະເທດ ທ້າຍນໍ້າເທົ່ານັ້ນ ທີ່ໄດ້ຮັບຜົລກະທົບ ຈາກພັຍແຫ້ງແລ້ງ  ໃນພາກຕາເວັນຕົກສ່ຽງໃຕ້ ຂອງຈີນເຊັ່ນ ຍຸນນ່ານເສວົນແລະກຸ້ຍໂຈ ກໍໄດ້ຮັບຜົລກະທົບເຊັ່ນກັນ.  ທ່ານເຈີ້ນກ່າວຣະບຸ ຕື່ມວ່າ ສອງຝັ່ງແມ່ນໍ້າຂອງ ສ່ວນໃຫຍ່ເປັນເທືອເຂົາແລະ ເຫວ  ດັ່ງນັ້ນ ການໃຊ້ນໍ້າ ສ່ວນໃຫຍ່ ກໍເພື່ອການຜລິດໄຟຟ້າເປັນຫລັກ  ແຕ່ສໍາລັບ ການກະເສດນັ້ນ ມີໜ້ອຍເຕັມທີ່ເຮັດໃຫ້ການໃຊ້ນໍ້າ ບໍ່ຫລາຍ ແລະ ກໍຢືນຢັນວ່າ ພັຍແຫ້ງແລ້ງໃນແມ່ນໍ້າຂອງນັ້ນ ບໍ່ໄດ້ເກີດຈາກ ກິຈຈະກັມຂອງຈີນເປັນສໍາຄັນ. ສ່ວນການເຂົ້າຮ່ວມ ກອງປະຊຸມສຸດຍອດ ຄະນະກັມມາທິການແມ່ນໍ້າຂອງ MRC ​ໃນຕົ້ນເດືອນໜ້າ ທີ່ປະເທດໄທນັ້ນ ທ່ານເຈີ້ນ ບອກວ່າ ຣັຖບານຈີນໄດ້ແຕ່ງຕັ້ງ ຄະນະທີມງານ ທີ່ຈະເຂົ້າຮ່ວມ ປະຊຸມແລ້ວ  ແລະໄດ້ຮັບຄໍາເຊີນ ຈາກຄະນະ MRC ​ແລ້ວ  ແຕ່ຍັງບໍ່ໄດ້ຮັບ ເອກກະສາເຊີນ ຢ່າງເປັນທາງການ ຈາກນາຍົກຣັຖມົນຕຣີໄທ ອະພິສິດເວດຊາຊີວະເທື່ອ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.