ນໍ້າຂອງ ກໍາລັງບົກແຫ້ງ

ສະພາບນໍ້າຂອງແຫ້ງ ສ້າງຜົລກະທົບ ຕໍ່ຣະບົບ ຊົລປະທານ ເມືອງປາກງື່ມ ຢ່າງຫລວງຫລາຍ.
ຫວາດ ສີມູນ
2010.02.23

ສະຖານະກາຣ ແມ່ນ້ຳຂອງ ທີ່ແຫ້ງແລ້ງ ຜິດປົກກະຕິ ໃນປັຈຈຸບັນນີ້ ສົ່ງຜົລກະທົບ ຕໍ່ຣະບົບ ຊົລປະທານ ເຂຕເມືອງປາກງື່ມ ນະຄອນຫລວງ ວຽງຈັນ ຢ່າງຫລວງ ຫລາຍ ດັ່ງຈະເຫັນໄດ້ ຈາກສະຖານີ ສູບນ້ຳ 7 ແຫ່ງ ບໍ່ສາມາດ ທີ່ຈະສູບ ນ້ຳໄດ້ ດັ່ງເຈົ້າໜ້າທີ່ ແຜນກຊົລປະທານ ໄດ້ກ່າວວ່າ:

“ໂອ້ແຫ້ງໝົດ ມັນສູບບໍ່ໄດ້ 7 ສະຖານີ ຈັກສູບນ້ຳ ເຮົາສູບບໍ່ໄດ້ 7 ຈຸດ ແຖວເມືອງ ປາກງື່ມ ແຖວນີ້ແຫລະ ຕັ້ງແຕ່ກາງເດືອນ ກາງເດືອນຫັ້ນ ເດືອນສອງ ນີ້ແຫລະ”.

ພ້ອມດຽວກັນນີ້ ທ່ານກໍວ່າ ແມ່ນ້ຳຂອງ ປີນີ້ ມີສະພາບ ບົກແຫ້ງ ກວ່າທຸກໆປີ ທີ່ຜ່ານມາ ໂດຽຈຸດທີ່ ແຫ້ງແລ້ງ ຫລາຍທີ່ສຸດນັ້ນ ແມ່ນບໍຣິເວນ ບ້ານໜອງຂຽດ ຊຶ່ງຢູ່ກົງກັບ ເມືອງວາປີ ແຂວງໜອງຄາຍ.

ນອກຈາກນັ້ນ ທ່ານກໍວ່າ ສະຖານະກາຣ ແຫ້ງແລ້ງ ດັ່ງກ່າວ ໄດ້ສົ່ງ ຜົລກະທົບ ຕໍ່ພື້ນທີ່ ກະສິກັມ ໃນເຂຕເມືອງ ປາກງື່ມ ປະມານ 2-3 ພັນເຮັກຕ໊າຣ໌ ທີ່ເຈົ້າໜ້າທີ່ ກ່ຽວຂ້ອງ ກຳລັງແກ້ໄຂ:

“ດຽວນີ້ກຳລັງ ສ້າງທໍ່ ຕໍ່ທໍ່ ເອົາແພເຂົ້າໄປ ຢູ່ກາງນ້ຳ ເອົາທໍ່ ເຂົ້າມາໃສ່ ສ່ວນໜຶ່ງກໍເອົາ ຣົຖຈົກໄປຈົກ ຂຸດຄອງນ້ຳໄຫລ ເຂົ້າມາໃສ່ບ່ອນ ສະຖານີ ຈັກສູບນ້ຳເຮົາ ປັຈຈຸບັນ ຖືວ່າແກ້ຕົກ ໝົດແລ້ວ”.

ກ່ຽວກັບບັນຫາ ຄວາມແຫ້ງແລ້ງ ດັ່ງກ່າວ ທ່ານ ອານຸພາບ ຕຸນາລົມ ຮອງເຈົ້າຄອງ ນະຄອນ ຫລວງວຽງຈັນ ກໍໄດ້ນຳ ພາກສ່ວນກ່ຽວຂ້ອງ ໄປກວດກາ ຕາມຈຸດຕ່າງໆ ຂອງໂຄງກາຣ ຊົລປະທານ ໃນທ້າຍສັປດາ ຜ່ານມາ ແລະພົບວ່າ ຖ້າຣະດັບນ້ຳ ຂອງຍັງຈະ ບົກແຫ້ງຕື່ມ ຕໍ່ໄປນັ້ນ ຍິ່ງຈະເປັນກາຣ ສ້າງບັນຫາ ຕໍ່ພື້ນທີ່ ນາແຊງ ຂອງ ປະຊາຊົນ ຢ່າງຫລວງຫລາຍ ຈຶ່ງຢາກໃຫ້ ມີກາຣແກ້ໄຂ ຢ່າງຮີບດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.