ແມ່ນໍ້າຂອງ ແລະສາຂາແມ່ນໍ້າ
2010.04.28
ເຈົ້າໜ້າທີ່ຫ້ອງການ ປົກຄອງແຂວງ ອັດຕະປື ສເນີໃຫ້ ຄະນະກັມມະການ ແມ່ນ້ຳຂອງ ແຫ່ງຊາດລາວ ລົງໄປສຶກສາ ເບິ່ງການປ່ຽນແປງ ຂອງແຫລ່ງນ້ຳ ໃນແມ່ນ້ຳ ສາຂາ ຢູ່ທົ່ວປະເທດ ເພື່ອຮູ້ເຖິງ ຜົນຮ້າຍຜົນດີ ທີ່ເກີດຂຶ້ນ ພາຍຫລັງການພັທນາ ອັນເຮັດໃຫ້ເກີດ ມີການປ່ຽນແປງ ທີ່ສົ່ງຜົນສະທ້ອນ ຕໍ່ການ ດຳຣົງຊີວິດ ຂອງ ປະຊາຊົນ.
ທ່ານວ່າ: "ຖ້າເປັນໄປໄດ້ ຢາກໃຫ້ທາງ ຄະນະກັມມະການ ແມ່ນ້ຳຂອງ ແຫ່ງຊາດ ນີ້ໄປສຶກສາ ຄົ້ນຄວ້າ ສິ່ງທີ່ເກີດຂຶ້ນ ຢູ່ສາຂາແມ່ນ້ຳ ຍົກຕົວຢ່າງ ເຊກະໝານນີ້ ມັນມີຈັກສາຂາ ແລະເກີດມີອີ່ສັງແດ່".
ປັດຈຸບັນນີ້ ແມ່ນ້ຳລຳທານ ທີ່ເປັນສາຂາ ຂອງແມ່ນ້ຳຂອງ ໃນທົ່ວປະເທດ ມີການປ່່ຽນແປງ ຢ່າງຫຼວງຫຼາຍ ບໍ່ສະເພາະແຕ່ ແມ່ນ້ຳຂອງ ທີ່ເກີດມີການ ປ່ຽນແປງ ຢ່າງໄວວາ ເທົ່ານັ້ນ ແລະວ່າ ການສຶກສານັ້ນ ນອກຈາກຈະໄດ້ ຂໍ້ມູນກ່ຽວກັບ ການປ່ຽນແປງຂອງ ນ້ຳແລ້ວ ກໍຍັງຈະຮູ້ ເຖິງຜົນກະທົບ ຈາກການພັທນາ ໃນພື້ນທີ່ຕ່າງໆ ຕໍ່ແຫລ່ງນ້ຳ ແລະຕໍ່ປະຊາຊົນ ເປັນຕົ້ນແມ່ນ ແມ່ນ້ຳເຊກະໝານ ເມືອງສານໄຊ ແຂວງອັດຕະປື. ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງອັດຕະປື ເວົ້າວ່າ:
"ຄືໄດ້ເວົ້າຫັ້ນແຫລະ ຢູ່ເມືອງສານໄຊ ມີການຖາງໄຮ່ ມີການຈູດ ຄັນຢູ່ເທິງຫັ້ນນະ ບາດນີ້ ພວກເຮົາຢູ່ນີ້ ຢູ່ລຸ່ມນີ້ ເປື້ອນມາແຕ່ລຸ່ມ ຫັ້ນແຫລະ ຄວນລົງໄປສຶກສາ ຕື່ມບໍ່ ເພື່ອວ່າເຫັນ ຜົນຮ້າຍຜົນດີ ແນວໃດ".
ພ້ອມກັນນັ້ນ ທ່ານກໍໄດ້ຮຽກຮ້ອງ ອີກຕື່ມ ໃຫ້ຄະນະກັມມະການ ແມ່ນ້ຳຂອງແຫ່ງຊາດ ຊຶ່ງເປັນອົງການ ສຳຄັນ ທີ່ມີໜ້າທີ່ ຄຸ້ມຄອງແຫລ່ງນ້ຳ ໂດຍສົມທົບກັບ ໜ່ວຍ ງານຕ່າງໆ ທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ຢ່າງຮີບດ່ວນ ເພາະເຫັນວ່າ ລະຍະທີ່ຜ່ານມາ ຍັງບໍ່ມີໜ່ວຍ ງານໃດ ເຂົ້າມາກຳກັບ ບັນຫານີ້ ຢ່າງຈິງຈັງ ເທື່ອ.









