ຝຸງໝູ່ປາຖືກຄຸກຄາມ ຈາກເຂື່ອນໄຟຟ້າ
2010.07.28
ຊາວບ້ານຫາປາ ຕາມແມ່ນໍ້າຂອງ ເປັນອາຊີພ ເພື່ອລ້ຽງຄອບຄົວ
ກອງທືນ ປົກປ້ອງຊີວະ ນານາພັນ ໄດ້ໃຫ້ຄຳ ຕັກເຕືອນ ໃນມື້ວັນພຸດ ນີ້ວ່າ ປາບືກນ້ຳຈືດ ທີ່ໃຫຍ່ທີ່ ສຸດໃນໂລກ ອາຈສູນພັນ ຖ້າຫາກແຜນການ ການສ້າງເຂື່ອນ ຫລາຍໆແຫ່ງ ໃສ່ນ້ຳຂອງ ຖືກດຳເນີນງານ.
ກຸ່ມດັ່ງກ່າວ ບອກວ່າ ປາບຶກ ຂນາດໃຫຍ່ ໃນແມ່ນ້ຳຂອງ ບາງຕົວ ເຊື່ອວ່າ ມີຄວາມຍາວ ເຖິງ 9.9 feet ອາດຈະສູນພັນ ຖ້າຫາກມີ ການກີດກັ້ນ ບ່ອນເພາະພັນ ຂອງມັນ ຕາມ ລຳນ້ຳຂອງ ຈາກ ປະເທດຈີນ ສປປລາວ ໄທແລະ ກຳພູຊາ.
ກອງທືນ ປົກປ້ອງຊີວະ ນານາພັນ ເວົ້າວ່າ ແຜນການສ້າງເຂື່ອນ ກັ້ນນ້ຳຂອງ ທີ່ແຂວງ ໄຊຍະບູຣີ ທາງພາກເຫນືອ ຂອງລາວ ແມ່ນນື່ງ ໃນຈຳນວນ 11 ເຂື່ອນທີ່ມີ ແຜນການຈະສ້າງ ຕາມລຳ ແມ່ນ້ຳຂອງ ຕອນລຸ່ມ ເປັນການນາບຂູ່ ຕໍ່ຄວາມຢູ່ລອດ ຂອງສັດປ່າ ຊິວະພັນ ນານາຊນິດ ທີ່ໄດ້ລົດລົງ ປະມານ 90 % ຢູ່ແລ້ວ ໃນລະຍະ 20 ປີ ທີ່ຜ່ານມາ.
ກຸ່ມດ່ັງກ່າວ ຢ້ານວ່າ ການສ້າງເຂື່ອນ ຈະປ່ຽນທິດ ທາງຣະບົບ ນິເວດ ແລະ ການປະມົງ ຊື່ງເປັນສີ່ງ ສຳຄັນຕໍ່ການ ດຳຣົງຊີບ ຂອງປະຊາຊົນ ກວ່າ 60 ລ້ານຄົນ ໃນຂົງເຂດ ທີ່ອາສັຍ ການຫາປາ ເປັນອາຊີບ ແລະ ເພື່ອລ້ຽງຄອບຄົວ ຂອງ ພວກຂະເຈົ້າ.
ອົງການດັ່ງກ່າວ ຍັງເຕືອນວ່າ ຢ່າງນ້ອຍ ຍັງມີປາ ກວ່າ 50 ຊນີດ ທີ່ຂື້ນລົງ ຕາມແມ່ນ້ຳຂອງ ທີ່ຊາວປະມົງ ສາມາດຫາ ມາລ້ຽງ ຄອບຄົວໄດ້ ປະມານ 40-70% ໃນການຫາປາ ແຕ່ລະເທື່ອ. ແຕ່ຖ້າມີ ການສ້າງເຂື່ອນ ກັ້ນນ້ຳຂອງ ກຸ່ມປາ ດັ່ງກ່າວ ມີຄວາມສ່ຽງສູງ ທີ່ຈະຢູ່ລອດ.









