ກອງປະຊຸມສືຶກສາ ໂຄງການສ້າງເຂື່ອນ

ຄະນະ ກັມມາທິການ ແມ່ນໍ້າຂອງ ຈັດກອງປະຊຸມ ເພື່ອສືຶກສາ ຄວາມສ່ຽງ ໃນໂຄງການ ສ້າງເຂື່ອນ ໃນຂົງເຂດ.
ສິດນີ
2010.05.24

ກອງປະຊຸມທີ່ ໃຊ້ເວລາສອງວັນ ຈາກຄະນະ ກັມມະທິການ ແມ່ນ້ຳຂອງ ທີ່ນະຄອນ ຫລວງວຽງຈັນ ສປປລາວ ເພື່ອປຶກສາຫາລື ກັນໃນຫລາຍບັນຫາ ກ່ຽວກັບຜົລ ກະທົບຈາກ ໂຄງການພັທນາ ການສ້າງເຂື່ອນ ໃນເຂດປະເທດ ລຸ່ມແມ່ນ້ຳຂອງ.

ຍ້ອນຖືວ່າ ຜົລກະທົບຈາກ ໂຄງການສ້າງເຂື່ຶອນ ເປັນບັນຫາທີ່ ບໍ່ສີ້ນສຸດ ແລະ ທຸກພາກສ່ວນກ່ຽວຂ້ອງ ກໍ່ມີຄວາມກັງວົນ ອົງການແມ່ນ້ຳຂອງ ຈຶ່ງໄດ້ຈັດ ສັມມະນາ ກ່ຽວກັບ ກົນໄກການ ສຳຣວດ ສະພາບແວດລ້ອມ ໃນໂຄງການສ້າງເຂື່ອນ ຈາກຕົ້ນນ້ຳ ໄປຫາປາຍນ້ຳ ໃນເຂດປະເທດລຸ່ມ ແມ່ນ້ຳຂອງ.

ຈຸດປະສົງຂອງ ການສຳຣວດ ສະພາບແວດລ້ອມ ໃນໂຄງການສ້າງເຂື່ອນ ໄດ້ເລີ້ມປະຕິບັດ ກັນມາແຕ່ປີ 2009 ໃນນັ້ນ ຈະຮ່ວມດ້ວຍຂໍ້ມູນ ຈາກອົງການ ແມ່ນ້ຳຂອງ ຈາກຣັຖບານ ແລະ ຈາກກຸ່ມຜູ້ທີ່ມີ ສ່ວນກ່ຽວຂ້ອງ ກັບໂຄງການສ້າງເຂື່ອນ ນຳມາໃຫ້.

ການສຳຣວດ ສິ່ງແວດລ້ອມ ເປັນພາກສ່ວນທີ່ ສຳຄັນ ທີ່ອົງການແມ່ນ້ຳຂອງ ຈະສາມາດໃຫ້ ຄວາມແນ່ໃຈ ແກ່ພາກສ່ວນທີ່ ກ່ຽວຂອ້ງ ໃນບັນຫາຜົລ ກະທົບຕໍ່ສິ່ງ ແວດລ້ອມ ຈາກໂຄງການສ້າງເຂື່ອນ ຈາກຂໍ້ມູນທີ່ ສຳຄັນ ຂອງທຸກພາກສວ່ນ ທີ່ຈະເອົາມາໃຊ້ ໃນແຜນການພັທນາ ການສ້າງເຂື່ອນ ໃນອານາຄົດ ເພື່ອໃຫ້ເກີດຄວາມ ສົມດູນ ໃນໂຄງການ ສ້າງເຂື່ອນ.

ການສຳຣວດສິ່ງ ແວດລ້ອມນັ້ນ ຈະຮ່ວມດ້ວຍຜົລ ກະທົບ ຕໍ່ຣະດັບນ້ຳ ຕະກອນໃນນ້ຳ ຣະບົບນ້ຳໄຫລ ການກະເສດ ການປະມົງ ຣະບົບນິເວດ ເສຖກິດ ສັງຄົມ ແລະ ການດຳຣົງຊີບ ສະພາບອາກາດ ປ່ຽນແປງ ການສ້າງພລັງງານ ແລະການພັທນາ ໄຟຟ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.