ປະຊາຊົນຢາກພົວພັນ ໂຄງການພັທນາ ແມ່ນໍ້າຂອງ
2010.07.28
ຜູ້ຕາງໜ້າ ປະຊາຊົນ ຂອງໄທ ຮຽກຮ້ອງ ໃຫ້ຄນະ ກັມມາທິການ ແມ່ນ້ຳຂອງ ຫລື MRC ປ່ຽນແປງ ນະໂຍບາຍ ເພື່ອໃຫ້ ປະຊາຊົນ ທີ່ອາສັຍ ຢູ່ສອງຝັ່ງ ແມ່ນ້ຳຂອງ ມີສ່ວນຮ່ວມ ໃນການອອກ ຄວາມຄິດຄວາມເຫັນ ຫລາຍຂື້ນ ເພື່ອຊ່ວຍກັນ ເຮັດໃຫ້ການ ພັທນາ ແມ່ນ້ຳຂອງ ນັ້ນຍືນຍົງ. ທ່ານ ຫານນະຣົງ ເຍົາວະເລີດ ປະທານ ມູລນິທິ ເພື່ອການ ບໍຣິຫານ ຈັດການນ້ຳ ແບບຍືນຍົງ ຂອງໄທ ເວົ້າວ່າ:
"ແຕ່ວ່າ ວິທີຄິດ ຂອງ MRC ຂ້າພະເຈົ້າ ຄິດວ່າ MRC ກໍຄິດ ຄືກັນ ເອົາຄົນທີ່ ຢູ່ໄກ ແມ່ນ້ຳຂອງ ມາໂຮມກັນ ແລ້ວແກ້ໄຂ ບັນຫາ ແມ່ນ້ຳຂອງ ມັນຈະແກ້ໄຂ ໄດ້ຈັ່ງໃດ".
ທ່ານເວົ້າ ຕໍ່ໄປວ່າ ການພັທນາ ໃນພູມີພາກ ແມ່ນ້ຳຂອງ ທີ່ຫລາຍເພີ້ມຂື້ນ ກະທົບກະເທືອນ ຕໍ່ລະບົບ ນິເວດ ເລື້ອຍໆມາ ເປັນຕົ້ນແມ່ນ ການສ້າງເຂື່ອນ ໃນຈີນ ເຮັດ ໃຫ້ປະຣິມານ ແລະ ການໄຫລຂອງ ນ້ຳປ່ຽນແປງໄປ ໂດຍທີ່ບໍ່ ຖືກກັບ ຣະດູການ ເຮັດໃຫ້ພືດພັນ ແລະ ປາ ຫລຸດໜ້ອຍລົງ ສົ່ງຜົນກະທົບ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ.
ໃນລະຍະ ຜ່ານມາ ພາກປະຊາຊົນ ກໍເຄີຍຮ້ອງຮຽນ ຂໍອອກ ຄວາມຄິດ ຄວາມເຫັນ ໃນການພັທນາ ຕາມແມ່ນ້ຳຂອງ ແຕ່ຄນະ ກັມມາທິການ ແມ່ນ້ຳຂອງ ກໍບໍ່ໄດ້ ໃຫ້ໂອກາດ ເທົ່າທີຄວນ ເຖິງວ່າຈະມີ ການປະຊຸມ ຂອງຜູ້ທີ່ມີ ສ່ວນໄດ້ສ່ວນເສັຍ ຈາກການພັທນາ ແມ່ນ້ຳຂອງ ຕັ້ງແຕ່ ປີ 2008 ແຕ່ກໍຍັງ ຈຳກັດ ຜູ້ເຂົ້າຮ່ວມ ຄືມີພຽງ ແຕ່ນັກ ວິຊາການ ນັກສິ້ງຊອມ ສິ່ງແວດລ້ອມ ຈາກ ຕ່າງປະເທດ ແລະຄນະ ກັມມາທິການ ຈາກປະເທດ ສະມາຊິກ.
ເຖິງແມ່ນວ່າ MRC ຈະລາຍງານ ໃນກອງປະຊຸມ ກ່ຽວກັບ ການພັທນາ ໃນລໍາ ແມ່ນ້ຳຂອງ ເຊັ່ນ ການສຶກສາ ກ່ຽວກັບເຂື່ອນ ທີ່ຈະສົ່ງ ຜົນຕໍ່ ຣະບົບນິເວດ ຣະບົບ ເສຖກິດ ສັງຄົມ ແລະຊີວິດ ການເປັນຢູ່ ຂອງ ປະຊາຊົນ ຢ່າງ ມະຫາສານ ກໍຕາມ ແຕ່ຂ່າວຄາວ ກ່ຽວກັບ ແຜນການສ້າງເຂື່ອນ ຂອງລາວແລະ ກຳພູຊາ ກໍຍັງບໍ່ໄດ້ ງຽບຫາຍໄປ.
ດັ່ງນັ້ນຈຶ່ງ ຢາກໃຫ້ MRC ປ່ຽນແນວຄິດ ເພື່ອໃຫ້ພາກ ປະຊາຊົນ ມີສ່ວນຮ່ວມ ຫລາຍຂື້ນ ເພື່ອການກວດສອບ ແລະຫລຸດຜ່ອນ ຜົນກະທົບ ທີ່ຈະເກີດຂື້ນ ຕໍ່ລໍານ້ຳຂອງ ແລະ ປະຊາຊົນ ຜູ້ຢູ່ອາສັຍ ຕາມແຄມ ແມ່ນ້ຳນີ້.









