ຜນັງກັນຕລິ່ງເຈື່ອນ ຈະບໍ່ແລ້ວໃນປີ 2010

ການກໍ່ສ້າງ ຜນັງກັນຕລິ່ງເຈື່ອນ ຂັ້ນທໍາອິດ ຕາມແຄມ ແມ່ນໍ້າຂອງ ໃນນະຄອນ ຫລວງວຽງຈັນ ຈະບໍ່ແລ້ວ ໃນທ້າຍປີ 2010.
ມະນີຈັນ
2010.05.13

ໂຄງການສ້າງຜນັງ ປ້ອງກັນຕລິ່ງເຈື່ອນ ຕາມແຄມນໍ້າຂອງ ຂັ້ນທໍາອິດ ໃນເຂດນະຄອນຫລວງ ວຽງຈັນ ກໍາລັງດໍາເນີນ ການຢ່າງເຕັມທີ່ ຢູ່ບໍຣິເວນ ຫາດດອນຈັນ ເພື່ອຈະໃຫ້ແລ້ວ ໂດຍໄວ ແລະໃຫ້ກົງກັບ ແຜນການທີ່ໄດ້ ວາງໄວ້ ເພາະກວ່າຈະລົງມື ເລີ່ມເຮັດນັ້ນ ກໍຖືວ່າ ລ່າຊ້າ ກວ່າແຜນການ ມາດົນແລ້ວ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ກ່ຽວຂ້ອງ ຈາກຫ້ອງການປົກຄອງ ນະຄອນຫລວງວຽງຈັນ:

"ໃນສໍາເຣັດ ຊ່ວງທີ 1 ສໍາເຣັດໃນປີ 2010 ອາຈຈະເນັ້ນໃຫ້ ສໍາເຣັດ ແມ່ນຊ່ວງຕົວ ແຕ່ MRC ລົງໄປຫາ ດອນຈັນນີ້ ໃຫ້ມັນສໍາເຣັດ ໃນຊ່ວງເດືອນ 10-11 ໃຫ້ມັນແລ້ວ ໃນຊ່ວງທີ 2 ໃຫ້ແລ້ວໃນ 2015".

ໂຄງການປັບປຸງ ຜນັງກັນຕລິ່ງເຈື່ອນ ແຄມຂອງໃນເຂດ ນະຄອນຫລວງວຽງຈັນ ພາກສ່ວນກ່ຽວຂ້ອງ ກໍາລັງລົງມື ສ້ອມແປງ ຢ່າງເຕັມທີ່ເພື່ອ ໃຫ້ສໍາເຣັດກ່ອນ ມື້ສເລີມສລອງ ນະຄອນ ຫລວງວຽງຈັນ 450 ປີ ໃນເດືອນ ພຶສຈິກາ 2010 ນີ້.

ໂຄງການກໍ່ສ້າງ ແນວປ້ອງກັນຕລິ່ງເຈື່ອນ ແລະຄັນຄູປ້ອງ ກັນນໍ້າຖ້ວມ ຈະເລີ່ມຕົ້ນກໍ່ສ້າງ ພ້ອມກັບການສ້າງ ຖນົນປູຢາງຕັ້ງແຕ່ ສາມແຍກປາກປ່າສັກ ໄປຫາທາງ ໂຄ້ງທາດຂາວ ຮວມໄປເຖິງການສ້າງ ສວນເຈົ້າອານຸ ພ້ອມທັງມີການ ກໍ່ສ້າງ ປະຕູນໍ້າອີກ 2 ຈຸດ ທີ່ບໍຣິເວນ ຈຸດຫໍຄໍາແລະ ຈຸດຂົວຂາວ ມີລະຍະທາງ ຮວມກັນ 12 ຈຸດ 2 ກິໂລແມັທ ຊຶ່ງໄດ້ເລີ່ມກໍ່ສ້າງ ແຕ່ທ້າຍເດືອນ ກຸມພາ 2009 ແລະຈະສໍາເຣັດ ການກໍ່ສ້າງຂັ້ນ ທໍາອິດ ພາຍໃນປີ 2010 ແລະ ຈະໃຫ້ສໍາເຣັດ ທຸກໂຄງການ ໃນປີ 2015.

ງົບປະມານ ການກໍ່ສ້າງທັງໝົດ ເປັນເງິນກູ້ ດອກເບັ້ຽຕໍ່າ ຈາກເກົາຫລີໃຕ້ 37 ລ້ານໂດລາ ສະຫະຣັຖ ແລະ ຣັຖບານລາວ ສົມທົບໃສ່ອີກ ປະມານ 13 ລ້ານໂດລາ ຮວມເປັນ 50 ລ້ານໂດລາ.  ແລະລ່າສຸດ ບໍຣິສັດ KCI ຈໍາກັດ ໃຫ້ເງິນຊ່ວຍເຫລືອ ລ້າອີກ 1 ລ້ານໂດລາ ເພື່ອສົມທົບທຶນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.