ລາວລວບລວມຂໍ້ມູນ ເຂົ້າປະຊຸມອ່າງແມ່ນໍ້າຂອງ

ສປປລາວ ເລັ່ງຄົ້ນຄວ້າ ລວບລວມຂໍ້ມູນ ກ່ອນເຂົ້າ ຮ່ວມປະຊຸມ ອ່າງແມ່ນໍ້າຂອງ ຣະດັບ ພູມີພາຄ 3S ຫລື 3 ເຊ ຄື ເຊກອງ ເຊສານ ແລະເຊປົກ.
ມະນີຈັນ
2010.05.24

ມີການເປີດ ກອງປະຊຸມ ແລກປ່ຽນບົດຮຽນ ຣະຫວ່າງໜ່ວຍງານ ທີ່ກ່ຽວຂ້ອງຈາກ ລາວ ວຽດນາມ ແລະກັມພູຊາ ເພື່ອຫາທາງອອກ ໃນການພັທນາ ແລະ ປ້ອງກັນ ບັນຫາ ທີ່ຈະເກີດຂຶ້ນ ໃນເຂດລຸ່ມແມ່ນໍ້າ 3 ເຊ ຄື ເຊກອງ ເຊສານ ແລະເຊປົກ  ສາຂາແມ່ນໍ້າ ຂອງນັ້ນ ຣະຫວ່າງ ວັນທີ 31 ພຶສພາ ຫາທີ 2 ມິຖຸນາ 2010 ທີ່ເມືອງ Buon Me Thuat ແຂວງ Dak Lak ປະເທດວຽດນາມ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ອົງການ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອງຂອງລາວ:

"ເຮົາເວົ້າເລື່ອງ 3 S ນີ້ ເວົ້າທຸກປະເທດ ຕົ້ນຕໍກໍແມ່ນ ເຊກອງນີ່ ເຊຊານ ເຊປົກ ແມ່ນເບາະບັນດາ ປະເທດ ທີ່ວ່າມີຊາຍແດນ ຮ່ວມກັນ ຄະເຈົ້າຕ້ອງທວງໂລດ ຄະເຈົ້າຕ້ອງຍົກ ມາໂລດ ອັນນີ້ເຮົາຕ້ອງກຽມ ເອກກະສານ ຕື່ມອີກ".

ຄະນະ ກັມມາທິການ ແມ່ນໍ້າຂອງ MRC ມີຄວາມເຫັນວ່າ ພື້ນທີ່ລຸມນໍ້າ 3 ເຊ ເປັນສາຂາ ແມ່ນໍ້າ ທີ່ເປັນຕົ້ນນໍ້າ ລໍາທານ ໃຫ້ແກ່ປະຊາຊົນ ລຸ່ມນໍ້າຂອງ ໃນລາວ ວຽດນາມແລະ ກັມພູຊາ, ເປັນພື້ນທີ່ລຸ່ມນໍ້າ ທີ່ມີຄວາມສໍາຄັນ ຊຶ່ງຄວນຈັດກອງ ປະຊຸມ ປຶກສາຫາຣືກັນ ໃນຣະດັບ ພູມີພາກ. MRC ຄາດຫວັງວ່າ ການແລກປ່ຽນ ຂໍ້ມູນ ຜູ້ທີ່ມີສ່ວນໄດ້ ສ່ວນເສັຽ ຈາກ 3 ປະເທດ ຜ່ານການນໍາສເນີ ຂໍ້ມູນຕົວຈິງ ທີ່ເກີດຂຶ້ນ ໃນພື້ນທີ່ ຈະຊ່ວຍໃຫ້ ຮ່າງແຜນການ ທີ່ຈະປະຕິບັດ ຮ່ວມກັນໄດ້ ເພື່ອບໍ່ໃຫ້ ມີຜົລສະທ້ອນ ຈາກການພັທນາ ທີ່ອາຈຈະເຮັດໃຫ້ ເກີດການປ່ຽນແປງ ດ້ານສະພາບແວດລ້ອມ ຂ້າມພົມແດນ. ໃນນັ້ນ ພາກສ່ວນກ່ຽວຂ້ອງ ຂອງລາວ ກໍຄວນກຽມ ຄວາມພ້ອມ ເຂົ້າຮ່ວມກອງປະຊຸມ  ທ່ານກ່າວຕໍ່ໄປວ່າ:

"ຢາກໃຫ້ທີມງານ ອາຈານຕ່າງໆ ຫລືວ່າ ຜູ້ມີສ່ວນຮ່ວມ ຄວນຄິດເບິ່ງເລື່ອງ Transboundary ຕື່ມ ເພື່ອວ່າບໍ່ຢາກ ຖືກຮັບ ຄັນເຮົາບໍ່ມີຂໍ້ມູນ ໄດ້ຕໍ່ສູ້ໄປຮ່ວມ ພວກເຮົາກໍຈະ ຖືກທ່າຮັບ".

ຕົວແທນຂອງ ປະເທດລາວ ຈະຕ້ອງມີຄວາມພ້ອມ ເປັນຢ່າງດີ ຖ້າຫາກປະເທດ ກ່ຽວຂ້ອງ ສອບຖາມເຖິງ ສະພາບການ ໃນລາວ ໂດຍສະເພາະກ່ຽວກັບ ໂຄງການ ພັທນາຈໍານວນນຶ່ງ ໃນແຂວງພາກໃຕ້ ຊຶ່ງເຮັດໃຫ້ ແມ່ນໍ້າເຊກອງ ເປິະເປື້ອນ ໃນປັຈຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.