ແຂວງເຊກອງປະສົບ ໄພແຫ້ງແລ້ງຢ່າງໜັກ
2010.04.07
ແຂວງເຊກອງ ປະສົບກັບໄພ ແຫ້ງແລ້ງ ນ້ຳຊົລປະທານ ນ້ຳເຊກອງ ແລະ ນ້ຳຫ້ວຍຕ່າງໆ ບົກແຫ້ງລົງຫລາຍ ກວ່າທຸກປີ ເຮັດໃຫ້ມີຜົນ ກະທົບໃສ່ ການຜລິດຂອງ ປະຊາຊົນ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ:
"ປະສົບໄພແລ້ງ ໂດຍສະເພາະແມ່ນ ນ້ຳຊົລປະທານ ນັ້ນແຫລະ ແລະກໍນ້ຳເຊກອງ ແລະ ກໍນ້ຳຫ້ວຍຕ່າງໆ ຖືວ່າປີນີ້ ນ້ຳມັນບົກໄວ ມັນແຫ້ງໄວກວ່າ ທຸກປີນະ ນີ້ມັນກໍ່ ຮອດຕົ້ນເມສາ ກໍຖືວ່າຣະດັບ ນ້ຳບົກແຫ້ງ ຖືວ່າຕ່ຳສຸດແຫລະ ຝົນກໍ່ບໍ່ທັນມີ ເຊກອງນີ້".
ທ່ານວ່າ ຄວາມແຫ້ງແລ້ງ ທີ່ເກີດຂຶ້ນໃນປີນີ້ ສົ່ງຜົນກະທົບໃສ່ ການຜລິດ ຢູ່ເມືອງຕ່າງໆ ແຕ່ເມືອງທີ່ຖືກ ກະທົບຫລາຍທີ່ສຸດ ຄືເມືອງລະມາມ ແລະຄາດວ່າ ຜົລຜລິດ ກະສິກັມ ພາຍໃນແຂວງໃນປີນີ້ ຈະໄດ້ຮັບຜົນ ກະທົບບໍ່ຕ່ຳກວ່າ 20% ຊຶ່ງໃນຂະນະນີ້ ປະຊາຊົນ ຢູ່ໃນຣະຫວ່າງ ການເກັບກ່ຽວ ເຂົ້ານາແຊງ.
ທ່ານວ່າ ບັນຫາຊົລປະທານ ໃນແຂວງເຊກອງ ບໍ່ສາມາດແກ້ໄຂໄດ້ ໃນປັດຈຸບັນນີ້:
"ຊົລປະທານ ກໍ່ແກ້ບໍ່ໄດ້ແຫລະ ຖືວ່າເປັນເລື່ອງທີ່ ເສັຍຫາຍ ຢູ່ເຊກອງ ເຂົາບໍ່ໃຊ້ຈັກ ສູບນ້ຳ ເພາະວ່າເຂົາຕັນ ຕົ້ນນ້ຳ ແລ້ວນ້ຳມັນໄຫລ ເຂົ້າເອງ ບໍ່ຄືແຂວງອື່ນ ເຊກອງ ນີ້ເປັນແຂວງພູດອຍ ຕັນນ້ຳໃຫລເຂົ້າເລີຍ ບໍ່ໄດ້ໄຊ້ຈັກສູບນ້ຳ ຕົ້ນທຶນມັນສູງ ປະຊາຊົນຍັງ ທຸກຍາກ ເຂົາບໍ່ເຮັດ".
ທ່ານວ່າ ນອກຈາກກະທົບ ໃສ່ຊົລປະທານ ແລະການຜລິດແລ້ວ ຄວາມແຫ້ງແລ້ງ ທີ່ວ່ານັ້ນຍັງເຮັດ ໃຫ້ປະຊາຊົນ ມີຄວາມຫຍຸ້ງຍາກ ທາງດ້ານນ້ຳກິນ ນ້ຳໃຊ້ຍ້ອນວ່າ ແຫຼ່ງນ້ຳລິນ ຫລາຍບ່ອນກໍ່ແຫ້ງ, ປະຊາຊົນ ຈຳຕ້ອງໄດ້ໄປ ຕັກນ້ຳແຫລ່ງອື່ນ ທີ່ຫ່າງໄກມາໃຊ້.









