ແຜນປ້ອງກັນນໍ້າຖ້ວມ ແຂວງບໍຣິຄໍາໄຊ
2010.07.22
ທາງກາຣ ແຂວງບໍຣິຄຳໄຊ ກຳລັງກະຕຣຽມ ວາງແຜນ ເພື່ອເຝົ້າຣະວັງນ້ຳຖ້ວມ ໃນຣະດູຝົນປີນີ້ ໂດຽມີກາຣເຣີ່ມຈາກ ກາຣຮິບໂຮມເມັດ ພືຊຜັກຕ່າງໆ ພ້ອມກັບ ຕົ້ນກ້າເຂົ້າແລະ ສ້າງຄູກັນນ້ຳຖ້ວມ ເພື່ອບໍ່ໃຫ້ເກີດມີບັນຫາ ດັ່ງທີ່ເຄີຽມີມາ ໃນເມື່ອກ່ອນ. ກ່ຽວກັບເຣື່ອງນີ້ ທ່ານບຸນໝັ້ນ ວົງສວັດ ຫົວໜ້າແຜນກາຣປູກຝັງ ປະຈຳ ແຂວງບໍຣິຄຳໄຊ ໄດ້ກ່າວວ່າ:
“ຕໍ່ສະພາບກາຣຕ້ານແລ້ງ ຕ້ານຖ້ວມ ຖ້າວ່າມີສະພາບຖ້ວມ ຫລືລົດແລ້ງໆ ແຕ່ລະປີ ແຂວງໄທເຮົາ ເຄີຽປະສົບນ້ຳຖ້ວມ ທຸກໆປີ ຮອດຣະດູກາຣ ນີ້ຂຶ້ນມາ ທາງກາຣ ແຂວງທີ່ກ່ຽວຂ້ອງ ກໍຄືຂແນງປູກຝັງ ສ້າງຮອດແຜນຂຶ້ນມາ ເພື່ອເປັນແຜນສຳຮອງ”.
ພ້ອມດຽວກັນນີ້ ທ່ານກໍວ່າ ໃນປີ 2005 ຜ່ານມາທາງ ແຂວງບໍຣິຄຳໄຊ ກໍປະສົບກັບ ພັຍນ້ຳຖ້ວມທີ່ ຮ້າຍແຮງທີ່ສຸດ ເປັນປວັຕກາຣ ເພາະສະນັ້ນຈຶ່ງມີ ກາຣກະຕຣຽມ ເພື່ອປ້ອງກັນເຊັ່ນ: ຕຣຽມຈັດຫາຖົງດີນຊາຍ ມາກອງເປັນຄັນຄູໄວ້ ພ້ອມກັບຕຣຽມກາຣ ຫາເກັບຮິບໂຮມ ແກ່ນຜັກສຳຫລັບໃຊ້ ເປັນແນວຜັກ ໃນຣະດູກາຣກະເສຕ ຕລອດຮອດຫາ ເງິນທຶນມາໄວ້ ໃຫ້ກາຣສນັບສນູນ ແລະກໍ່ສ້າງອ່າງ ເກັບນ້ຳໄວ້ໃຊ້ ໃນຣະດູແລ້ງນຳອີກ.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວເນັ້ນວ່າ ແຂວງບໍຣິຄຳໄຊ ກໍເປັນແຂວງໜຶ່ງ ທີ່ເຄີຽປະສົບ ກັບບັນຫາ ທັ້ງພັຍແຫ້ງແລ້ງ ແລະພັຍນ້ຳຖ້ວມ ມາເປັນປະຈຳທຸກໆປີ ຊຶ່ງເປັນກາຣເຮັດ ໃຫ້ທາງເຈົ້າໜ້າທີ່ ກ່ຽວຂ້ອງເປັນຫ່ວງ ແລະມີກາຣເຝົ້າ ຣະວັງຕລອດມາ.









