ບົດບາດຂອງ ຄນະກັມມະການ ແມ່ນໍ້າຂອງ
2010.02.10
ອົງການຕ່າງໆ ຂອງ ປະຊາຊົນ ແລະ ນັກວິຊາການ ໃນບັນດາປະເທດ ເຂດລຸ່ມ ແມ່ນ້ຳຂອງ ຕັ້ງຄຳຖາມ ກ່ຽວກັບບົດບາດ ຂອງຄນະກັມມະການ ແມ່ນ້ຳຂອງ MRC ຊຶ່ງເປັນອົງການ ທີ່ກ່ຽວຂ້ອງກັບ ແຜນການ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຕອນເທິງ ອັນເປັນບັນຫາ ນຶ່ງ ທີ່ສຳຄັນ ຢູ່ໃນ ກອງປະຊຸມນາໆຊາດ ກ່ຽວກັບ ສິ່ງແວດລ້ອມ ແລະ ການດຳຣົງ ຊີວິດ ໃນເຂດ ລຸ່ມແມ່ນ້ຳຂອງ ຊຶ່ງຈັດຂຶ້ນຢູ່ ປະເທດ ວຽດນາມ ເມື່ອວັນທີ 3 ກຸມພາ ຜ່ານມາ. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ຈາກມູນນິທິ ຟື້ນຟູຊີວິດ ແລະ ທັມມະຊາດ ກ່າວວ່າ.
"ທ່ານວ່າ ໃນທີ່ປະຊຸມ ມີການເວົ້າເຖິງ MRC ມີການເວົ້າກັນວ່າ ບັນຫາທີ່ ປະຊາຊົນ ປະເຊີນຢູ່ນີ້ MRC ຈະສາມາດ ເປັນຜູ້ແກ້ໄຂ ບັນຫາໄດ້. MRC ເອງ ກໍຍັງຢູ່ກັບ ກຸ່ມຄົນ ທີ່ສນັບສນູນ ຫລືວ່າ ເປັນຕົວ ລະຄອນ ທີ່ສນັບສນູນ ການສ້າງເຂື່ອນ".
ທ່ານວ່າ ອົງການພາກ ເອກກະຊົນ ຕ່າງກໍເຫັນວ່າ MRC ບໍ່ມີປະໂຫຍດ ຕໍ່ປະຊາຊົນ. ດັ່ງນັ້ນ ຕ້ອງມີການ ທົບທວນ ເຣື້ອງນີ້ໂດຍດ່ວນ. ຖ້າຫາກວ່າ MRC ຍັງປະສານງານ ແລະ ຊຸກຍູ້ ໃຫ້ມີການ ສ້າງເຂື່ອນ ຢູ່ຕໍ່ໄປ ກໍຈະມີ ຜົນຮ້າຍ ຫລາຍກວ່າຜົນດີ. ທ່ານວ່າ MRC ມັກຈະຕອບ ຄຳຖາມ ໂດຍອ້າງຄວາມຮູ້ ທາງດ້ານ ວິທຍາສາດ ຊຶ່ງທາງພາກ ປະຊາຊົນ ເຫັນວ່າ ບໍ່ພຽງພໍ:
"ທ່ານວ່າ ມັນຍັງມີ ຫລາຍອັນອີກ ທີ່ຍັງບໍ່ໄດ້ ຮັບການສຶກສາ ຫລືວ່າ ມີມິຕິ ທີ່ບໍ່ສົນໃຈ ທີ່ຈະສຶກສາ ຫລາຍຢ່າງ ເພາະວ່າ ເວລາຊາວບ້ານ ບອກວ່າ ເຫັນຜົນກະທົບ ຢູ່ຕໍ່ໜ້າຕໍ່ຕາ ຊຶ່ງບາງທີ ອາດຈະຖືກ ນັກວິທຍາສາດ ອ້າງວ່າ ຜົນກະທົບ ນັ້ນບໍ່ໄດ້ ຖືກພິສູດ ໃນທາງວິຊາການ. ເພາະສະນັ້ນ ມັນຈຶ່ງບໍ່ມີ ຄວາມຍຸຕິທັມ ທີ່ຈະບອກວ່າ ສ້າງໄດ້ ບໍ່ມີຜົນ ກະທົບ".
ທ່ານເວົ້າຕື່ມວ່າ ສິ່ງທີ່ຍັງຂາດ ແລະ ເປັນຂໍ້ບົກຜ່ອງ ສຳຄັນ ໃນບັນຫາ ການສ້າງເຂື່ອນ ຄືຍັງຂາດ ການສະແດງ ຄວາມຄິດຄວາມເຫັນ ຂອງພາກ ປະຊາຊົນ ຢ່າງແທ້ຈິງ ຊຶ່ງເປັນເຣື້ອງ ສຳຄັນສໍາລັບ ອົງການຕ່າງໆ ຮວມທັງການ ຮ່ວມມືຂອງ ສື່ມວນຊົນ ນຳດ້ວຍ.









