ສະຫະຣັຖຍິນດີນໍາ ປະເທດລຸ່ມນໍ້າຂອງ
2011.04.27
ກົດຟັງສຽງ
ກະຊວງ ການຕ່າງປະເທດ ສະຫະຣັຖ ອອກຖແລງການ ແຈ້ງວ່າ ສະຫະຣັຖ ຂໍສະແດງ ຄວາມຍິນດີ ທີ່ປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ຍອມຮັບ ວ່າ ການສ້າງ ເຂື່ອນໃສ່ ແມ່ນ້ຳຂອງ ຈະມີຜົນ ກະທົບຕໍ່ ສະພາບ ແວດລ້ອມ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແລະປາ. ຖແລງການ ຂອງກະຊວງ ການຕ່າງປະເທດ ຂອງ ສະຫະຣັຖ ແຈ້ງອີກ ວ່າ ສະຫະຣັຖ ສນັບສນູນ ໃຫ້ປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ຮ່ວມມືກັນ ສືບຕໍ່ ໃນການ ພັທນາ ເສຖກິດ ສັງຄົມ ແລະ ໃນການ ປົກປັກ ຮັກສາ ສິ່ງແວດລ້ອມ ທີ່ອາດຈະ ໄດ້ຮັບຜົນ ກະທົບ ຈາກການ ສ້າງເຂື່ອນ ໄຟຟ້າ.
ຣັຖບານ ສະຫະຣັຖ ນຳໂດຍ ປະທານາທິບໍດີ ບາຣັກ ໂອບ່າມ່າ ມີນະໂຍບາຍ ຮ່ວມມື ກັບ 4 ປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ຫລາຍຂື້ນ. ເມື່ອປີກາຍ ທາງການ ສະຫະຣັຖ ໄດ້ໃຫ້ເງິນ ຊ່ວຍເຫລືອ ເຖິງ 150 ລ້ານ ດອນລາ ແກ່ເຂດລຸ່ມ ແມ່ນ້ຳຂອງ ເພື່ອຊ່ວຍ ປ້ອງກັນ ແລະຮັກສາ ໂຣກຕ່າງໆ ເຊັ່ນໂຣກເອດສ໌ ແລະ ໂຣກໄຂ້ຫວັດນົກ. ນອກຈາກນັ້ນ ສະຫະຣັຖ ຍັງຊ່ວຍ ຫລຸດຜ່ອນ ຜົນກະທົບ ຂອງການ ປ່ຽນແປງ ຂອງດິນຟ້າ ອາກາດ ໃນພາກພື້ນ ນັ້ນນຳ.
ມາດາມ Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ປະກາດ ນະໂຍບາຍ ເພິ້ມການ ຮ່ວມມື ກັບປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ເມື່ອປີ 2009. ກ່ອນນັ້ນ ສະຫະຣັຖ ໄດ້ເມີນເສີຍ ບໍ່ເອົາ ໃຈໃສ່ ໃນການ ປັບປຸງ ຄວາມສຳພັນ ກັບບັນດາ ປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ພໍເທົ່າໃດ.