ແຂວງອັຕຕະປື ຄວບຄຸມ ສັມປະທານ ກາຣ ຂຸດຄົ້ນໄມ້ ຈາກເຂຕ ໜ້າເຂື່ອນ ເຊຂະໝານ

ທາງກາຣແຂວງ ອັຕຕະປື ພຍາຍາມກວດກາ ແລະຄວບຄຸມ ກາຣສັມປະທານ ກາຣຂຸດຄົ້ນໄມ້ ອອກຈາກເຂຕໜ້າ ເຂື່ອນເຊຂະໝານ 1 ໃຫ້ເປັນໄປ ຕາມຫລັກກາຣ
ຫວາດ ສີມູນ
2009.02.23
ຕົວຢ່າງຂອງໄມ້ທ່ອນ ທິ່ທາງກາຣລາວ ມີນະໂຍບາຍ ອະນຸຍາຕໃຫ້ ສົ່ງອອກຂາຍ ຕ່າງປະເທສໄດ້ ແທນທີ່ຈະໃຫ້ເປັນໄມ້ແປຮູບ
RFA

ແຂວງອັຕຕະປື ເປັນແຂວງໜື່ງທີ່ ປ່າໄມ້ນັບມື້ມີ ນ້ອຍລົງ ຍ້ອນມີໂຄງກາຣ ພັທນາຕ່າງໆຊື່ງ ຮວມທັງກາຣຂຸດຄົ້ນ ໄມ້ບໍ່ຕໍ່າກວ່າ 1,200,000 ແມຕກ້ອນຈາກໂຄງ ກາຣສ້າງເຂື່ອນ ເຊຂະໝານ 1 ຂນາດ 460 ເມກະວັຕໃນເຂຕ ເມືອງຊານໄຊໂດ ບໍຣິສັທເອກຊົນ ວຽຕນາມ ທີ່ທາງກາຣ ສປປລາວ ໃຫ້ຄວາມສຳຄັນ ແກ່ວຽຕນາມ ຕລອດມາ. ກ່ຽວກັບເຣື່ອງນີ້ ທ່ານສີສວັນ ຈັນທະໄພບູນ ຫົວໜ້າແຜນກແຜນກາຣ ແລະກາຣລົງທຶນ ປະຈຳແຂວງ ອັຕຕະປື ໄດ້ກ່າວວ່າ:

ໂຄ໊ຕ໊າຂອງເຂື່ອນ ໄຟຟ້າເຊຂະໝານ 1 ປີແລ້ວຕັດບໍ່ໝົດ ປີນີ້ກໍບໍ່ໝົດ ປີໜ້າຕັດຕໍ່ອີກ ຕົວນີ້ພວກເຮົາມີ ຄະນະກັມມະກາຣ ຂອງແຂວງກັບກະຊວງ ຕິດຕາມກາຣຄວບ ຄຸມນັ້ນ ມີກາຣວັດແທກ ໄມ້ຢູ່ໃນສນາມ 1 ແລ້ວຂົນມາສນາມ 2 ແລ້ວຈື່ງເຣີ່ມເຄື່ອນຍ້າຍ.

ທ່ານສີສວັນວ່າ ທາງກາຣຍັງລົງ ກວດກາບັນດາ ເອກຊົນທີ່ເຂົ້າ ມາສັມປທານ ໃຫ້ຂຸດຄົ້ນຕາມກຳໜົດ ແລະຕ້ອງໃຫ້ມີ ກາຣປູກຕົ້ນໄມ້ ເປັນກາຣທົດແທນ ຄືນໂດຽບໍ່ ໃຫ້ມີກາຣເສັຽ ປະໂຍຊໂດຽສະເພາະ ໄມ້ຕາມເຂຕບໍຣິເວນ ສ້າງເຂື່ອນນັ້ນລ້ວນ ແຕ່ເປັນໄມ້ເນື້ອແຂງ ທີ່ມີຄຸນນະພາບ ທາງດ້ານເສຖກິຈ ແລະເທົ່າປັຈຈຸບັນ ໄດ້ຂຸດ ຄົ້ນທັງໝົດແຕ່ 300,000 ແມຕກ້ອນເທົ່ານັ້ນ ຈາກທັງໝົດກວ່າ 1,200,000 ແມຕກ້ອນ ສະນັ້ນທາງກາຣແຂວງ ຈື່ງຕ້ອງຫາທາງ ບໍຣິສັທເຂົ້າມາ ຂຸດຄົ້ນຕື່ມອີກ ດັ່ງທີ່ໄດ້ຊີ້ແຈງເພີ່ມວ່າ:

ເພາະວ່າຍັງຈະ ມີຜູ້ອື່ນມາ ຂຸດຄົ້ນອີກ ເຮົາຕັດເປັນລອ໊ກ ເຂົາກໍມາສຳຣວຈ ມາກຽມກາຣຂຸດ ຄົ້ນຕໍ່ປີໜ້າຕ້ອງ ຂຸດຄົ້ນໃຫ້ຫລາຍ ເພາະເຂົາຈະເຣີ່ມ ກັ້ນເຂື່ອນແລ້ວ.

ເຈົ້າໜ້າທີ່ລາວທ່ານນີ້ ໄດ້ຊີ້ແຈງເພີ່ມວ່າ: ເພື່ອດຶງດູດແລະ ໃຫ້ຄວາມສະດວກ ແກ່ຜູ້ເຂົ້າມາ ສັມປະທານ ທາງກາຣລາວມີ ນະໂຍບາຍອະນຸຍາຕ ໃຫ້ເຂົາເຈົ້າສົ່ງ ເປັນ ລັກສະນະໄມ້ ທ່ອນອອກຂາຍຕ່າງ ປະເທສໄດ້  ແທນທີ່ຈະໃຫ້ເປັນ ໄມ້ແປຮູບຢູ່ ເມືອງລາວເສັຽກ່ອນ  ແລະພ້ອມດຽວກັນ ນີ້ທາງກາຣແຂວງ ຍັງຕ້ອງກາຣ ຜູ້ມາ ສັມປະທານ ຈາກໂຄງກາຣສ້າງເຂື່ອນ ນ້ຳກົງເຂດເ ມືອງພູວົງ ໂດຽແມ່ນເອກຊົນ ຣັສເຊັຽໄດ້ຣັບ ສັມປະທານນັ້ນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.