ບໍ່ ໂປຕາສ ຢູ່ແຂວງ ສວັນນະເຂດ
2009.09.09
ບໍຣິສັດ ເຫລົາໃຄຫຍວນ ຂອງຈີນ, ທີ່ໄດ້ເຂົ້າມາ ສຳຣວດແຮ່ໂປຕາສ ຢູ່ແຂວງ ສວັນນະເຂດ ຂອງລາວ ຕັ້ງແຕ່ປີ2008 ຜ່ານມານັ້ນ, ຂນະນີ້ ກຳລັງຕຽມ ທີ່ຈະສືບຕໍ່ ສຳຣວດໃນປີ2010. ຕາມການສຳຣວດ ໃນເບື້ອງຕົ້ນ, ໂຄງການນີ້ມີ ຄວາມເປັນໄປໄດ້ສູງ, ແຕ່ຕ້ອງມີ ມາຕການຄວບຄຸມ ຜົນກະທົບ ຕໍ່ສິ່ງແວດລ້ອມ.
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຫ້ອງການ ພລັງງານແລະບໍ່ແຮ່ ແຂວງສວັນນະເຂດ ກ່າວວ່າ:
"ຄວາມຄືບໜ້າ ກຳລັງສຳຣວດເນາະ ເຂົາທຳການ ຊອກຄົ້ນໄດ້ ແຕ່ປີກາຍພຸ້ນເນາະ, ຂັ້ນຊອກຄົ້ນ ແລະປີນີ້ເຂົາ ທຳການສຳຣວດ ປີ2010ນີ້ ຕ້ອງໄດ້ສຳຣວດ ຕ້ອງໄດ້ເຈາະຫລາຍ ສິບຮູ ໝົດ2010 ພຸ໊ນແຫລະຈະແລ້ວ."
ທ່ານວ່າ ບໍຣິສັດ ເຫລົາໄຄຫຍວນ ໄດ້ທຳການສຳຣວດ ແຮ່ໂປຕາສ ຢູ່ບໍຣິເວນ ເມືອງໄຊບູຣີ, ໃນເຂດທີ່ຕິດກັບ ແຂວງຄຳມ່ວນ. ຈາກການສຳຣວດ ເບື້ອງຕົ້ນ ທ່ານຄິດວ່າ ອາດມີແຮ່ໂປຕາສ ຫລາຍຢູ່.
ໃນຂັ້ນຕອນຕໍ່ໄປ ຫລັງຈາກ ການສຳຣວດແລ້ວ, ທາງບໍຣິສັດ ຈະໄດ້ເຮັດບົດ ວິພາກ ທາງດ້ານເສຖກິດ ແລະສັງຄົມ, ເພື່ອສເນີຂໍ ອະນຸມັດ ຂຸດຄົ້ນຈາກຣັຖບານ ຕໍ່ໄປ. ກ່ຽວກັບ ຜົນກະທົບ ຕໍ່ສິ່ງແວດລ້ອມ ທີ່ອາຈເກີດຂື້ນ ຈາກໂຄງການນັ້ນ ທ່ານກໍວ່າ:
"ຖ້າວ່າໃນກໍຣະນີ ຮັກສາບໍ່ໄດ້ ກະທົບເໝືອນກັນ ຕອນທີ່ຂຸດຄົ້ນ ຫັ້ນແຫລະ ຖ້າເຮົາບໍ່ ຮັກສາດີ ມັນໃຫລໄປໃສ່ນ້ຳ, ມັນຈະກາຍເປັນ ທາດເຄັມ ໃຫລອອກໄປ, ຖ້າທາດເຄັມ ຖືກນາຖືກເຂົ້າ, ຖືກຫຍັງ ມັນກໍຈະຕາຍ ພວກສັດສາ ມາກິນນ້ຳເຄັມ ຫລາຍກໍຕາຍ, ເຂົ້າກໍຕາຍ ຕົວນີ້ແມ່ນ ບັນຫາສຳຄັນ, ສຳລັບໂປຕາສ.
ທ່ານເວົ້າອີກວ່າ ແຮ່ເກືອໂປຕາສ ມີຄວາມສຳຄັນ ຢ່າງຍິ່ງສຳລັບ ກະບວນການຜລິດ ປຸຍເຄມີ ແລະ ສາມາດນຳໃຊ້ ເຂົ້າໃນກະບວນ ການຜລິດ ອຸດສາຫະກັມອື່ນໆ. ມັນເປັນແຮ່ທີ່ ຈີນ ແລະ ອິນເດັຍ ນຳເຂົ້າໄປໃຊ້ ໃນປະເທດ ຂອງຕົນຫລາຍ.









