ຊາວບ້ານ ຍັງລັກຕັດໄມ້ ໃນແຂວງ ອັຕປື

ໃນແຂວງອັຕປື ປະຊາຊົນຍັງ ລັກລອບຕັດໄມ້ ທຳລາຍປ່າ ຢູ່ຕລອດມາ.
ອາວະຣີ
2009.09.23

ປັດຈຸບັນທາງການລາວ ໄດ້ອອກຣະບຽບ ກົດໝາຍ ຢ່າງເຄັ່ງຄັດ ເພື່ອຄວບຄຸມການ ຕັດໄມ້ທຳຣາຍປ່າ, ເຊັ່ນໄດ້ຫ້າມການ ຕັດໄມ້ທຸກຊນິດ ຢູ່ໃນເຂດປ່າສງວນ ແລະປ່າຫວງຫ້າມ. ແຕ່ປະຊາຊົນ ໃນທ້ອງຖິ່ນເຊັ່ນ ຢູ່ເຂດຊົນນະບົດ ຫ່າງໄກ ໃນແຂວງອັຕປື, ຍັງລັກລອບຕັດໄມ້ ຫລາຍຢູ່ເພື່ອນຳ ໄປໃຊ້ສ່ວນຕົວ             ດັ່ງເຈົ້າໜ້າທີ່ ຕຳຣວດປ່າໄມ້ ແຂວງອັດຕະປື ໄດ້ເວົ້າຕອນນຶ່ງວ່າ:

“ມັນກໍເວົ້າຊື່ໆ ທຸກມື້ນີ້ມີ ກໍມີເລັກໜ້ອຍ ປະຊາຊົນເຂົາ ຕັດມາເຮັດເຮືອນ ເຮັດຫຍັງຊື່ໆ ເລັກໆໜ້ອຍ ອັນນີ້ບໍ່ມີຫຍັງ”

ເຖິງຢ່າງໃດກໍດີ ເຖິງຈະຍັງມີ ການລັກລອບຕັດໄມ້ຢູ່, ແຕ່ການຕັດໄມ້ ທຳລາຍປ່າຢູ່ລາວ ໃນປັດຈຸບັນ ກໍໄດ້ຫລຸດໜ້ອຍ ຖອຍລົງຫລາຍແລ້ວ ດັ່ງເຈົ້າໜ້າທີ່ ອະນຸຣັກ ປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ໄດ້ ກ່າວວ່າ:

‘ປັດຈຸບັນນີ້ ການຖາງປ່າຖືວ່າ ຫລຸດນ້ອຍຖອຍລົງ, ເຖິງປີ2010ນີ້ ຄິດວ່າຈະສາມາດ ແກ້ໄຂໄດ້ ໂດຍພື້ນຖານ ເພາະວ່າຣັຖບານ ມີນະໂຍບາຍ ຈະເອົາກິຈກັມອື່ນ ໄປປ່ຽນແຜນ ແລະໃນປີ2020 ຈະໃຫ້ມັນສຳເຣັດ.”

ປ່າໄມ້ຢູ່ລາວ ນັບມື້ນັບມີໜ້ອຍລົງ ໃນລະຍະສີ່ສິບ ປີທີ່ຜ່ານມາ. ເມື່ອ40ປີກ່ອນ ປ່າໄມ້ປົກຄຸມ ພື້ນທີ່ທັງໝົດ ເຖິງ70ສ່ວນຮ້ອຍ ຂອງປະເທດ, ແຕ່ປັດຈຸບັນນີ້ ຍັງເຫລືອຢູ່ບໍ່ເຖິງ 40ສ່ວນຮ້ອຍ.

ເຈົ້າໜ້າທີ່ອົງການ ສະພາບແວດລ້ອມ ຄາດວ່າຖ້າຫາກ ຍັງມີການຕັດໄມ້ ທຳລາຍປ່າ ໃນຣະດັບນີ້ ສືບຕໍ່ໄປ ປ່າໄມ້ຢູ່ລາວ ຈະໝົດໄປພາຍໃນ 20ປີຂ້າງໜ້າ. ການທຳລາຍປ່າໄມ້ ທີ່ຮ້າຍແຮງ ກໍແມ່ນ ການຖາງປ່າເຮັດໄຮ່ ການລັກລອບຕັດໄມ້ ໄຟໄໝ້ປ່າ ການສ້າງເຂື່ອນໄຟຟ້າ ແລະ ການຂຸດຄົ້ນບໍ່ແຮ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.