ປ່າໄມ້ ແຂວງ ສາລະວັນ ຫລຸດລົງ

ປ່າໄມ້ ໃນແຂວງ ສາລະວັນ ຫລຸດລົງ ປະມານ 10 ສ່ວນຮ້ອຍ ຍ້ອນວ່າ ປະຊາຊົນ ຕັດໄມ້ ເພື່ອ ຫາຢູ່ຫາກິນ.
ໂພໄຊສວັດ
2009.03.06

ປ່າໄມ້ ໃນແຂວງ ສາລະວັນ ຫລຸດລົງ ປະມານ 10 ສ່ວນຮ້ອຍ ຍ້ອນວ່າ ປະຊາຊົນ ຕັດໄມ້ ເພື່ອ ຫາຢູ່ຫາກິນ ເຮັດໃຫ້ ບັນຫາ ສິ່ງແວດລ້ອມ ໃນແຂວງ ສາລະວັນ ຍັງບໍ່ສາມາດ ແກ້ໄຂໃຫ້ໝົດ ໄປໄດ້ ໂດຍສະເພາະ ບັນຫາ ການຕັດໄມ້ ທຳລາຍປ່າ ແຂວງ ສາລະວັນ ເປັນແຂວງ ທີ່ມີພູດອຍ ຫລາຍ ການຕັດໄມ້ ທຳລາຍປ່າຈຶ່ງ ມີອັດຕຣາສູງ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຫ້ອງການ ສິ່ງແວດລ້ອມ ແຂວງ ສາລະວັນ ໄດ້ເປີດເຜີຍວ່າ:

ໃນເວລາ 30 ປີຜ່ານມາ ຊິຫລຸດລົງ ຢູ່ປະມານ 10 ກວ່າ% ເຫດຜົນຕົ້ນຕໍ ມັນແມ່ນເຣື້ອງ ເນື່ອງຈາກ ຄວາມທຸກຍາກຂອງ ປະຊາຊົນ ເປັນເຫດ ຕົ້ນຕໍຂອງມັນ ໃນເມື່ອ ປະຊາຊົນ ມັນທຸກ ມັນກໍ ເຮັດຖາງປ່າ.

ເຈົ້າໜ້າທີ່ ໄດ້ເວົ້າອີກວ່າ ຢູ່ແຂວງ ສາລະວັນ ຍັງມີ ປະຊາຊົນ ກວ່າ 80 ສ່ວນຮ້ອຍ ທີ່ຕ້ອງໄດ້ອາສັຍ ປ່າດົງໃນການ ຫາຢູ່ຫາກິນ ແລະ ດ້ວຍຄວາມທຸກ ຍາກຂາດ ເຂີນຕ້ອງໄດ້ ເຂົ້າໄປຕັດໄມ້ ຫລື ຫາເອົາ ຂອງທີ່ຢູ່ໃນປ່າ ໄປຂາຍ ຫລືກິນ ເປັນອາຫານ ເພື່ອການ ຢູ່ລອດ.

ເຖິງຢ່າງໃດ ກໍຕາມ ສຳລັບ ບັນຫາ ທີ່ເກີດຂື້ນນີ້ ທາງຣັຖບານ ລາວ ກໍໄດ້ ພະຍາຍາມ ຊ່ອຍເຫລືອ ເພື່ອຫລຸດຜ່ອນ ຄວາມທຸກຍາກຂອງ ປະຊາຊົນ ດັ່ງເຈົ້າໜ້າທີ່ ໄດ້ໃຫ້ລາຍລະ ອຽດວ່າ:

ແຕ່ນີ້ຫາປີ 2010 ຈະພະຍາຍາມ ຫລຸດຜ່ອນ ຄວາມທຸກຍາກ ໃຫ້ໄດ້ 100% ແຕ່ວ່າຄັນ ເຖິງມິຕິ 2010 ໄປແລ້ວ ພວກເຮົາ ກໍຈະສາມາດ ຫລຸດຜ່ອນ ຄວາມທຸກ ຍາກໄດ້ ຄັນປະຊາຊົນ ບໍ່ທຸກຍາກ ຫລາຍປານໃດ ເຣື້ອງການ ປົກປັກຮັກສາ ສິ່ງແວດລ້ອມ ທັມມະຊາດ ກໍຄື ຊິດີຂື້ນ.

ເຈົ້າໜ້າທີ່ ໄດ້ສລຸບວ່າ ຕາມເປົ້າໝາຍຂອງ ຣັຖບານ ເມື່ອເຖິງ ປີ 2010 ຈະໃຫ້ ປະຊາຊົນ ຫລຸດພົ້ນຈາກຄວາມ ທຸກຍາກ ແລະຮອດ ປີ 2020 ຈະຫລຸດອອກຈາກ ການເປັນປະເທດ ດ້ອຍພັດທະນາ ແລະ ຄາດວ່າ ບັນຫາ ການຫລຸດລົງຂອງ ຈຳນວນປ່າໄມ້ ກໍຈະດີຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.