ກະຊວງກະສິກໍາ ຫ້າມຕັດໄມ້ 20 ຊນິດ

ກະຊວງ ກະສິກໍາ ແລະ ປ່າໄມ້ ຫ້າມຕັດໄມ້ ຈໍານວນ 20 ຊນິດ ຍ້ອນວ່າ ມີການຕັດໄມ້ ຢ່າງບໍ່ຈໍາກັດ ປະເພດ ຫລາຍໂພດ ແລະ ໄມ້ຈໍານວນ 20 ຊນິດ ທີ່ວ່າ ນີ້ ເປັນໄມ້ທີ່ ເຫລືອ ຢູ່ໃນປ່າ ໜ້ອຍທີ່ສຸດ ທາງການລາວ ຈື່ງຫ້າມຕັດ.
ສົມເນ ຣາຍງານ
2008.09.26

ເຈົ້າໜ້າທີ່ ທີ່​ກ່ຽວຂ້ອງ ກ່າວ​ກ່ຽວ​ກັບ ​ເຣື້ອງນີ້ ວ່າ:

​“ເກີນ 20 ຕົວເດັ່ນໆ ມີໄມ້ຜຸດຜາ, ​ໄມ້ຈໍາປາປ່າ, ​ໄມ້ຂົນຕາຊ້າງ, ​ແລະຍັງມີຫລາຍກ່ວານັ້ນອີກ.”

ທ່ານວ່າໄມ້ຈໍານວນ 20 ຊນິດນີ້ເປັນໄມ້ ທີ່ພໍ່ຄ້າ ຕ້ອງການ ຫລາຍທີ່ສຸດ ທັງຣາຄາ ກໍແພງ. ​ເຂົາເຈົ້າຕ້ອງການ ແປຮູບເປັນ ເຄື່ອງເຮືອນ ຫລືສິນຄ້າຊນິດ ທີ່ເຮັດດ້ວຍໄມ້ເພື່ອສົ່ງອອກ ໄປຂາຍຕ່າງປະເທດ. ​

ເຈົ້າໜ້າທີ່ລາວ ກ່າວ​ຕື່ມ​ວ່າ ຜູ້ທີ່ລະເມີດ ລັກລອບ ຕັດໄມ້ຫວງຫ້າມນີ້ ຈະຕ້ອງໄດ້ຮັບໂທດ ຕາມລະບຽບ ກົດໝາຍເຊັ່ນວ່າ

ທັງຈັບ ທັງປັບ ຈໍາຄຸກບໍ່ເກີນ 3 ປີ. ​ເຂົາຈະເບິ່ງຕາມຈໍານວນທີ່ທໍາຜິດ. ຖ້າພຽງແຕ່ 1-2 ລູກບາດ ແມັດເຂົາກໍຈະ ພິຈາຣະນາໄປຕາມ ແຕ່ລະເງື່ອນໄຂແລະ ປັບສອງເທົ່າຕົວ ຂອງມູນຄ່າ, ຄັ້ງທີ່ສອງ ກໍປັບໃໝ 5 ​ທົ່​ໂຕ.”

ໃນທາງ​​ຕົວຈິງແລ້ວ ທາງການລາວຍັງບໍ່ໄດ້ ປະຕິບັດລະບຽບກົດໝາຍ ທີ່ວາງອອກ ເທົ່າທີ່ຄວນ. ການສົມຮູ້ຮ່ວມຄິດ ລະຫ່ວາງເຈົ້າໜ້າທີ່ ກັບພໍ່ຄ້າ ທັງນ້ອຍ ແລະໃຫຍ່ ກໍຍັງສືບຕໍ່ ມີມາຕອດ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.