ການສືບສວນ ໄມ້ເຖື່ອນ ຈາກລາວ ຫາວຽດນາມ

ລາຍງານການສືບສວນ ການສົ່ງສິນຄ້າ ຂອງວຽດນາມ ປະເພດເຮັດດ້ວຍໄມ້ ທີ່ຕັດມາແບບ ຜິດກົດໝາຍ ຈາກປະເທດລາວ ເພື່ອນໍາໄປຂາຍ ຢູ່ໃນຕະລາດ ຢູໂຣບເມື່ອປີ 2007 ຜ່ານມາ ການຕັດໄມ້ເຖື່ອນ ໃນລາວ ບໍ່ໄດ້ຫລຸດຜ່ອນລົງ ແຕ່ຢ່າງໃດ.

ນັບຕັ້ງແຕ່ ອົງການສືບສວນ ສະພາບແວດລ້ອມ EIA ທີ່ມີສູນກາງ ຢູ່ກຸງລອນດອນ ແລະອົງການ ທີ່ບໍ່ຂື້ນກັບ ຣັຖບານຂອງ ອິນໂດເນເຊັຽ ທີ່ມີຊື່ວ່າ Telepak ໄດ້ອອກລາຍງານ ການສືບສວນ ການສົ່ງສິນຄ້າ ຂອງວຽດນາມ ປະເພດເຮັດດ້ວຍໄມ້ ທີ່ຕັດມາ ແບບຜິດກົດໝາຍ ຈາກ ປະເທດລາວ ເພື່ອນໍາໄປຂາຍ ຢູ່ໃນຕະລາດ ຢູໂຣບເມື່ອປີ 2007 ຜ່ານມາ ການຕັດໄມ້ເຖື່ອນ ໃນລາວ ບໍ່ໄດ້ຫລຸດຜ່ອນ ລົງແຕ່ຢ່າງໃດ.

ເມື່ອປີຜ່ານມາ ທາງການລາວ ປະກາດວ່າໄດ້ ສັ່ງຍຸບໂຮງເລື່ອຍ ຂອງ ເອກະຊົນ ວຽດນາມແລະ ລາວທີ່ຕັດໄມ້ ຢູ່ໃນແຂວງຕ່າງໆ ຫລາຍໂຮງງານ ແຕ່ປະຊາຊົນ ໃນທ້ອງຖິ່ນ ຍັງຢືນຢັນ ຢູ່ວ່າ ການຕັດໄມ້ເຖື່ອນ ຍັງມີຢູ່ຄືເກົ່າ ໂຮງເລື່ອຍທີ່ ຖືກຍຸບໄປນັ້ນ ຫລາຍໂຮງ ກໍເປີດຄືນໃໝ່ ຫລັງຈາກ ບໍ່ມີອົງການ ຕ່າງປະເທດ ຕິດຕາມເຣື້ອງນີ້ ລາຍງານຂອງ ອົງການ ຕ່າງປະເທດວ່າ ວຽດນາມ ແລະ ລາວ ຍັງ ປະກາດ  ສົ່ງເສີມການຜລິດ ໄມ້ແປຮູບໃຫ້ ຫລາຍຂື້ນ ພ້ອມກັນນັ້ນ ທາງການລາວ ໄດ້ພະຍາຍາມ ປົກປິດທີ່ສຸດ ບໍ່ໃຫ້ຂ່າວ ການຕັດໄມ້ເຖື່ອນ ເພື່ອສົ່ງອອກ ໄປຂາຍ ໃນວຽດນາມ ຜີ່ວອອກມາ ທັງບໍ່ມີຂ່າວ ການຈັບກຸມ ຫລືລົງໂທດ ນັກຄ້າ ໄມ້ເຖື່ອນ ແຕ່ຢ່າງໃດ.

ເມື່ອປີ 2007 ອົງການ telepak ໄດ້ສໍາຣວດເຫັນ ຕາມໂຮງງານ ອຸສຫະກັມ ຜລິດສິນຄ້າ ດ້ວຍໄມ້ຂອງ ວຽດນາມວ່າ ໄມ້ສ່ວນໃຫ່ຽ ແມ່ນນໍາເຂົ້າ ຈາກລາວ. ຢູ່ໃນດ່ານ ຊາຍແດນນາເພົ້າ ໄດ້ພົບເຫັນຣົຖ ຂົນສົ່ງໄມ້ຖ່ອນ ຈໍານວນ 45 ຄັນຣົຖລໍຖ້າ ຂ້າມໄປຊາຍແດນ ວຽດນາມ ອົງການ EIA ແລະ telepak ປະເມີນວ່າ ແຕ່ລະປີ ໄມ້ຖ່ອນທີ່ສົ່ງ ອອກຈາກລາວໄປ ຍັງວຽດນາມ ມີປະມານ 5 ແສນແມັດກ້ອນ.

ໃນຮູບພາບແລະ ວີດີໂອ ທີ່ສອງອົງການ ນີ້ໄປຖ່າຍທໍາ ມານັ້ນ ໄດ້ບອກເຖິງຄວາມ ທຸກຍາກ ຂອງປະເທດລາວ ແລະ ປະຊາຊົນລາວ ສ່ວນຮູບພາບ ດ້ານວຽດນາມນັ້ນ ຮຸ່ງເຮືອງໄປດ້ວຍ ໂຮງຈັກໂຮງງານ ອຸສຫະກັມ ຜລິດສິນຄ້າ ດ້ວຍໄມ້ ແລະຕືກອາຄານ ທີ່ສງ່າງາມ ຊື່ງລາຍງານໄດ້ ບັນລະຍາຍວ່າ ບໍ່ພຽງແຕ່ວຽດນາມ ເປັນຜູ້ຂູດຮີດ ປະເທດເພື່ອນບ້ານ ແມ້ແຕ່ ນັກລົງທືນຈາກ ປະເທດໄທ ແລະຈາກ ສິງຄະໂປ ທີ່ມາໃນຮູບ ເປັນຜູ້ຊື້ໄມ້ ໃນລາວເພື່ອສົ່ງ ອອກໄປຂາຍໃນວຽດນາມ ກໍເຊັ່ນດຽວກັນ. ນັ້ນຄືລາຍງານຂອງອົງການສະພາສິ່ງແວດລ້ອມ EIA ແລະTelepak

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org