ສໍາຣວດ ຊອກຂຸດ "ຄຳ" ຢູ່ສວັນນະເຂດ

ບໍຣິສັດ ເອກກະຊົນ ເລີ່ມໂຄງການ ສໍາຣວດ ແຮ່ທາດເຫລັກ ແລະຄໍາເພີ່ມອີກ ໃນແຂວງ ສວັນນະເຂດ.

ບໍຣິສັດ ເອກກະຊົນ ຂອງລາວ ໄຊຣັຕນະ ຮ່ວມກັບຫຸ້ນສ່ວນ ບໍຣິສັດ ວຽດນາມອີກ 4ບໍຣິສັດ ເລີ້ມໂຄງ ການສໍາຣວດ ພື້ນທີ່ໃນເຂດ ເມືອງເຊໂປນ ແຂວງສວັນນະເຂດ ເພື່ອຂຸດເຈາະຫາ ແຮ່ທາດເຫລັກພາຍ ຫລັງໄດ້ ຮັບອະນຸຍາດ ຈາກຣັຖບານລາວ.

ພ້ອມດຽວກັນ ບໍຣິສັດ ເອກກະຊົນ ຂອງລາວ ກໍໄດ້ເລີ້ມ ໂຄງການສໍາຣວດ ພື້ນທີ່ເພື່ອຂຸດ ເຈາະແຮ່ຄໍາທີ່ເມືອງເຊໂປນ ເຊັ່ນກັນ. ເຈົ້າໜ້າທີ່ຜແນກ ພລັງງານແລະບໍ່ແຮ່ ແຂວງສວັນນະເຂດ ກ່າວກ່ຽວກັບໂຄງ ການສໍາຣວດ ແຮ່ທາດເຫລັກ ໃນແຂວງເຊໂປນວ່າ:

“ມັນກໍາລັງ ຫາກໍໄດ້ຮັບ ອະນຸຍາດຈາກ ຣັຖບານ ເປັນບໍຣິສັດລາວ ຮ່ວມກັບວຽດນາມ ມອບໃຫ້ເຂົາເຈົ້າ ສໍາຣວດ ເຂົາເຈົ້າ ຕ້ອງຣາຍງານເນາະ ຫາກໍໄດ້ລົງ ເດືອນສອງເດືອນນີ້ ກໍາລັງສໍາຣວດ ເກັບກໍາຂໍ້ມູນ ເບື້ອງຕົ້ນ.”

ພາຍຫລັງການ ສໍາຣວດພື້ນທີ່ ກໍຕ້ອງມີການ ສຶກສາວິເຄາະ ສະພາບເສຖກິດ ແລະສິ່ງແວດລ້ອມ ເພື່ອນໍາສເນີ ຕໍ່ຣັຖບານ ໂດຍຈະໄຊ້ເວລາ ອີກ4ປີ ຈຶ່ງຈະຮູ້ຜົນວ່າ ຈະມີການຂຸດເຈາະ ໄດ້ຫລືບໍ່.

ການລົງທຶນ ຮ່ວມກັນຂອງລາວ ກັບວຽດນາມ ໃນຄັ້ງນີ້ ຕັ້ງເປົ້າງົບປະມານ ໄວ້20ລ້ານໂດລາ ສະຫະຣັດ  ເປັນການລົງທຶນ ເພື່ອການສໍາຣວດ 6ລ້ານໂດລາ ສະຫະຣັດ. ໃນເບື້ອງຕົ້ນ ຊາວບ້ານກໍເຫັນດີ ເພາະ ການສໍາຣວດ ບໍ່ໄດ້ກະທົບ ເຖິງສິ່ງແວດລ້ອມ ແລະ ພື້ນທີ່ສ່ວນໃຫຍ່ ກໍເປັນພື້ນທີ່ ສັນພູ ບໍ່ໄດ້ກະທົບຕໍ່ພື້ນທີ່ນາຂອງ ປະຊາຊົນ ຫາກຍັງຊ່ວຍໃຫ້ ປະຊາຊົນມີ ວຽກງານເພີ່ມຂຶ້ນ.

ນອກຈາກນີ້ ເມືອງເຊໂປນ ຍັງມີໂຄງການ ສໍາຣວດແຮ່ຄໍາ ເພີ້ມອີກນຶ່ງແຫ່ງ ຂອງບໍຣິສັດ ເອກກະຊົນລາວ ໂດຍໄດ້ເລີ່ມການ ສໍາຣວດໄປພ້ອມໆ ກັບການສໍາຣວດ ແຮ່ເຫລັກ ໄຊ້ງົບປະມານ ເລີ້ມຕົ້ນ5ລ້ານໂດລາ ສະຫະຣັດ ຊຶ່ງທາງ ຣັຖບານລາວ ກໍໃຫ້ການ ສນັບສນູນ ເພາະເປັນທຸຣະກິດ ພາຍໃນປະເທດ.  ແຕ່ຈະສາມາດ ຂຸດເຈາະໄດ້ຫລືບໍ່ ກໍຕ້ອງຂຶ້ນຢູ່ ກັບການສໍາຣວດ ແລະການປະເມີນ ຜົລກະທົບທຸກຂັ້ນຕອນ. ເຈົ້າໜ້າທີ່ຜແນກ ພລັງງານແລະບໍ່ແຮ່ ກ່າວເຖິງຄວາມ ເປັນໄປໄດ້ ກ່ຽວກັບບໍ່ຄໍາ ແຫ່ງໃໝ່ນີ້ວ່າ:

“ຄໍານີ້ມັນ ສ່ຽງຫລາຍ ຖ້າກໍຣະນີ ຄໍາ ມັນສະສົມ ບໍ່ຫລາຍນີ້ກໍ ບໍ່ເປັນເສຖກິດເນາະ ມັນຍາກເນາະ ສໍາຣວດຄໍານີ້ ບໍ່ງ່າຍປານໃດ ຍາກກ່ອນເຫລັກ ກ່ອນທາດອຶ່ນໆ ເພາະວ່າມັນຕ້ອງ ຍາວນານ ເປີເຊັນເປັນໄປ ໄດ້ນີ້ກໍມີພຽງ 30ເປີເຊັນ ຕາມສ່ວນຕົວຄິດວ່າ.”

ແຂວງ ສວັນນະເຂດ ດຽວນີ້ມີການ ຂຸດເຈາະບໍ່ຄໍາ ແລະບໍ່ທອງແດງ ຊຶ່ງຊ່ວຍໃຫ້ ເສຖກິດ ຂອງປະເທດລາວ ດີຂຶ້ນ ເຮັດໃຫ້ຫລາຍ ພັນຄົນໃນແຂວງ ສວັນນະເຂດ ມີວຽກງານເຮັດ. ແລະ ໃນປີ2007-2008 ແຂວງ ສວັນນະເຂດ ມີຣາຍໄດ້ ຮວມກັນ2ປີ ເຖິງນຶ່ງຮ້ອຍກວ່າ ລ້ານໂດລາ ສະຫະຣັດ….ທ່ານກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org