ຣັຖບານ ລາວ ຊອກຫາ ນັກລົງທຶນ ດ້ານບໍ່ແຮ່

ຣັຖບານ ສປປລາວ ຊອກຫາການ ລົງທຶນ ທາງດ້ານບໍ່ແຮ່ ຈາກ ອອສເຕຣເລັຽ ຕື່ມອີກ ແຕ່ກໍປະເຊີນ ກັບອຸປສັກ ຫລາຍຢ່າງ.
ຈຳປາທອງ
2009.05.28

ຣັຖບານ ສປປລາວ ພະຍາຍາມ ຊຸກຍູ້ໃຫ້ ນັກທຸຣະກິດ ບໍ່ແຮ່ ຈາກ ອອສເຕຣເລັຽ ເຂົ້າມາລົງທຶນ ຢູ່ລາວຕື່ມອີກ ໃນລະຫວ່າງ ການຢ້ຽມຢາມ ອອສເຕຣເລັຽ ຂອງ ທ່ານ ສິນລາວົງ ຄຸດໄພທູນ ຣັຖມົນຕຣີ ແຜນການ ແລະການລົງທຶນ.

ທ່ານ ສີນລາວົງ ໄປ Canberra ເພື່ອປຶກສາຫາລື ບັນຫາດັ່ງກ່າວ ກັບທ່ານ Simon Crean ຣັຖມົນຕຣີ ການຄ້າ ຂອງ ອອສເຕຣເລັຽ. ແຕ່ການທີ່ຈະ ລົງທຶນ ທາງດ້ານບໍ່ແຮ່ ຢູ່ປະເທດລາວ ກໍຍັງມີ ອຸປສັກຫລາຍຢ່າງ.

ທ່ານ Simon Crean ກ່າວວ່າ ອຸປສັກຕ່າງໆ ນັ້ນຮວມທັງ ບັນຫາ ກົດຣະບຽບ ຂອງການລົງທືນ ຢູ່ລາວ ແລະຕລາດການເງິນ ທີ່ຕົກຕ່ຳຢູ່ ໃນປັດຈຸບັນນີ້. ອັນເຮັດ ໃຫ້ເກີດມີຄວາມ ຫຍູ້ງຍາກໃຫ້ແກ່ ການລົງທຶນ ຮວມທັງ ບໍຣິສັດ ຂຸດຄົ້ນບໍ່ແຮ່ ຂອງອອສເຕຣເລັຽ ຢູ່ລາວ ທີ່ປະສົບກັບ ບັນຫາທາງດ້ານ ການເງິນ ຢ່າງໜັກໜ່ວງ ຈົນຈຳຕ້ອງ ໄດ້ຂາຍກິຈການ ຂອງຕົນ. ແຕ່ທ່ານ ສູລິວົງ ດາລາວົງ ຣັຖມົນຕຣີ ບໍ່ແຮ່ຂອງລາວ ໄດ້ເວົ້າເຖິງ ສະພາບທຸຣະກິສ ບໍ່ແຮ່ຢູ່ລາວ ບາງຕອນວ່າ ຍັງດີຢູ່:   

ເຖິງແນວໃດກໍດີ ໃນມື້ກ່ອນໆນີ້ ກໍມີຂ່າວວ່າ ບໍຣິສັດບໍ່ແຮ່ Pan Australia ຂາຍຮຸ້ນບໍ່ຄຳ ແລະ ທອງແດງພູຄຳ ຊຶ່ງເປັນບໍ່ຄຳ ທີ່ໃຫຍ່ອັນດັບ 2 ຂອງລາວ ລອງລົງ ມາຈາກບໍ່ຄຳ ເຊໂປນ ແຂວງ ສວັນນະເຂດ ແລະທັງບໍ່ ບ້ານຫ້ວຍຊາຍ ໃຫ້ແກ່ ບໍຣິສັດຈີນ 19.9 ສ່ວນຮ້ອຍ ຕົກເປັນເງິນ ປະມານ 180ລ້ານໂດລາ ຍ້ອນວ່າ ບໍຣິສັດດັ່ງກ່າວ ຕ້ອງການເງິນ ດຳເນີນກິຈການ ຂຸດຄົ້ນ ແລະໄຊ້ໜີ້ ຫລາຍກວ່າ 358ລ້ານໂດລາ. ບໍ່ພຽງເທົ່ານັ້ນ ເມື່ອເດືອນຜ່ານມາ ບໍຣິສັດ ຂຸດຄົ້ນບໍ່ແຮ່ OZ ຂອງອອສເຕຣເລັຽ ທີ່ເປັນເຈົ້າຂອງ ບໍ່ຄຳເຊໂປນ ກໍໄດ້ຕົກລົງ ຂາຍບໍ່ຄຳ ດັ່ງກ່າວໃຫ້ ບໍຣິສັດ Tin metal ຂອງຈີນ.

ບໍຣິສັດ ຂຸດຄົ້ນບໍ່ແຮ່ OZ ກໍປະສົບກັບ ບັນຫາການເງິນ ຢ່າງໜັກຍ້ອນໄດ້ ຮັບຜົລສະທ້ອນ ຈາກວິກິດການ ການເງິນແລະ ເສດຖກິດໂລກ ເຮັດໃຫ້ ບໍຣິສັດຈີນ ຈະໄດ້ເຂົ້າມາ ຄວບຄຸມ ບໍ່ຄຳເຊໂປນ ໃນວັນທີ 4 ມິຖຸນາ ທີ່ຈະມາ ເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.