ເສັ້ນທາງຫົງສາລິກໄນທ໌ ຈະເລີ້ມສ້າງ

ເສັ້ນທາງ ຍຸທສາດ ຂອງໂຮງງານ ໄຟຟ້າ ຫົງສາລິກໄນທ໌ ຈະເລີ້ມສ້າງ ໃນເດືອນ ກັນຍາ ນີ້.
ສົມເນ
2010.08.25

ເສັ້ນທາງ ຍຸທສາດ ຂອງໂຮງງານ ໄຟຟ້າ ຫົງສາລິກໄນທ໌ ລະຫ່ວາງ ເມືອງເງິນ ກັບເມືອງຫົງສາ ແຂວງໃຊຍະບູຣີ ຈະລົງມືສ້າງ ໃນເດືອນ ກັນຍາ ປີນີ້ ໂດຍບໍຣິສັດ ສ້າງຖນົນ ຂອງໄທ ແລະຄາດວ່າ ການກໍ່ສ້າງ ຈະສໍາເຣັດ ພາຍໃນເດືອນ ພືສພາ ປີ 2012 ນີ້. ຕາມທີ່ເຈົ້າໜ້າທີ່ ຜແນກໂຍທາ ແຂວງ ໃຊຍະບູຣີ ໄດ້ກ່າວ:

"ແມ່ນແຫລະ ເຮົາເຊັນສັນຍາ ແລ້ວ ກຽມເອກກະສານ ຕ່າງໆ ສັນຍາຕ່າງໆ ໃນເດືອນສິງຫາ ຮຽບຮ້ອຍໝົດແລ້ວ ບໍຣິສັດ ບ້ານປູ ໄດ້ຈັດການ ແລະກໍມີ ບໍຣິສັດ ທີ່ເຣັດສັນຍາ ຮັບເໝົາທາງ ເຂົ້າຮ່ວມ ແຕ່ວ່າ ເລີ້ມເດືອນກັນຍາ ການກໍ່ສ້າງຫັ້ນ".

ໂຄງການສ້າງຖນົນ ຈາກເມືອງເງິນ ທີ່ເປັນເມືອງ ຊາຍແດນ ຕິດກັບແຂວງ ນ່ານຂອງໄທ ໄປຫາ ເມືອງຫົງສາ ເປັນນື່ງໃນ ຈໍານວນໂຄງການ ພັທນາໂຮງງານ ໄຟຟ້າ ຫົງສາ-ລິກໄນທ໌ ຊື່ງບໍຣິສັດ ໄຟຟ້າຫົງສາ ແລະບໍຣິສັດ ບ້ານປູ ຂອງໄທ ເປັນຜູ້ຖື ຮຸ້ນລາຍໃຫ່ຽ. ຖນົນເສັ້ນນີ້ ມີລະຍະຍາວ ປະມານ 35 km ແລະມີຄວາມກ້ວາງ ປະມານ 10 m. ນອກນັ້ນ ກໍຈະສ້າງ ຖນົນເວັ້ນ ເມືອງເງິນ ປະມານ 5 km. ຖນົນທັງສອງ ສາຍນີ້ຈະ ປູຢາງໝົດ ແລະຄິດເປັນ ມູນຄ່າ ປະມານ 700 ລ້ານບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.