ຫລວງນ້ຳທາສູນເສັຍປ່າສງວນນ້ຳຮາ

ຫລວງນ້ຳທາສູນເສັຍ ປ່າສງວນນ້ຳຮາສ່ວນນຶ່ງຍ້ອນການປູກຢາງພາລາ
ໂພໄຊສວັດ
2009.02.23

ທ່ານ ສະຕີເວັນ ຊີປານີ ຜູ້ຊ່ຽວຊານລະດັບສູງ ຂອງໂຄງການ ພັດທະນາການ ທ່ອງທ່ຽວ ລຸ່ມແມ່ນ້ຳຂອງ ຈາກໂອງການ ຢູແນດສໂກ ປະຈຳອົງການ ທ່ອງ ທ່ຽວແຫ່ງຊາດລາວ ໄດ້ເວົ້າວ່າ:

ການສູນເສັຍ ຊີວະນາໆພັນ ໃນແຂວງຫລວງນ້ຳທາ ນັບມື້ນັບໄວຂື້ນ ຍ້ອນການຫັນປ່ຽນ ປ່າທັມມະຊາດ ເປັນປ່າ ຕົ້ນຢາງພາລາ ເຮັດໃຫ້ ຊັບພະຍາກອນ ໃນປ່າດົງ ນັບມື້ນັບເຫລືອ ໜ້ອຍລົງ.

ກົງກັນຂ້າມການທ່ອງທ່ຽວ ແບບອະນຸລັກ ໃນແຂວງນີ້ພວມ ສ້າງລາຍໄດ້ໂດຍກົງ ໂດຍປາສະຈາກ ການທຳລາຍປ່າ ຫລື ບຸກເບີກທີ່ດິນ ຂະໜາດກ້ວາງ. ຄາດວ່າ ການທ່ອງທ່ຽວ ແບບອະນຸລັກ ຈະມີລາຍຮັບ ໃຫ້ແຂວງຮອດເກືອບ 11 ລ້ານໂດລາ ໃນປີ 2013 ຊຶ່ງລື່ນລາຍຮັບ ຈາກສວນຢາງພາລາ ຈຳນວນ 4,580 ເຮັກຕາ ຊຶ່ງແຕ່ລະປີ ໄດ້ບໍ່ເຖິງ 4ລ້ານໂດລາຊ້ຳ.

ໃນປີ 2005 ສວນຢາງພາລາ ສ້າງລາຍຮັບໄດ້ ພຽງແຕ່ 2.8 ລ້ານກວ່າໂດລາ ປຽບໃສ່ 3.1 ລ້ານກວ່າໂດລາ ຈາກການທ່ອງທ່ຽວ ແບບອະນຸລັກ ຊຶ່ງໝາຍ ຄວາມວ່າສູງກວ່າ 10ສ່ວນຮ້ອຍ.

ອີງຕາມການຄິດໄລ່ ກຳໄລສຸດທິ ໃນປີ 2004 ຖ້າຈະໃຫ້ລາຍ ຮັບຈາກສວນຢາງ ພາລາ ທໍ່ກັບລາຍຮັບຈາກ ການທ່ອງທ່ຽວ ຕ້ອງໄດ້ຂະຫຍາຍ ສວນຢາງ ພາລາ ຂື້ນເປັນປະມານ 17,615 ເຮັກຕາ ແລະ ໃຊ້ກັມມະກອນ 13,350 ຄົນເພື່ອຮັກສາ ຕົ້ນຢາງ. ຫາກຈະຂະຫຍາຍ ພື້ນທີ່ສວນ ຢາງພາລາ ໃຫ້ໄດ້ 4 ເທົ່າປັດຈຸບັນ ກໍໝາຍຄວາມວ່າ ຕ້ອງໄດ້ ບຸກລຸກທຳລາຍຖາງ ປ່າສງວນນ້ຳຮາ ຕື່ມອີກ.

ທ່ານ ສະຕີເວັນ ຊີປານີ ໄດ້ສເນີໃຫ້ທາງການ ແຂວງຫລວງນ້ຳທາ ຈັດແຜນການແບ່ງ ແຍກເຂດສຳລັບ ອຸດສາຫະກັມ ການທ່ອງທ່ຽວແບບ ອະນຸລັກ ແລະ ຈຳກັດເຂດປູກ ຢາງພາລາ ຫາກບໍ່ດັ່ງນັ້ນ ກໍຈະເສັຍຜົນ ປະໂຍດ ຈາກການທ່ອງທ່ຽວ ທີ່ກຳລັງເຕີບໂຕ ວ່ອງໄວນີ້. ນອກຈາກນີ້ ກໍຍັງຈະສູນເສັຍ ຄວາມອຸ ດົມສົມບູນຂອງ ພືດພັນໄມ້ອາຫານ ແລະລະບົບນິເວດ ວິທະຍາ ໄປອີກດ້ວຍ. ທ່ານສະລຸບວ່າ ການເຮັດອຸດສາຫະກັມ ສອງຢ່າງພາຍໃນ ແຂວງດຽວນັ້ນ ເຮັດໄດ້ແຕ່ບໍ່ແມ່ນ ໃນພື້ນທີ່ດຽວກັນ.
 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.