ພວກລັກລອບຂຸດຄໍາ ທໍາລາຍສິ່ງແວດລ້ອມ

ປະຊາຊົນ ແລະ ນັກທຸຣະກິຈ ທີ່ດຳເນີນ ກາຣຂຸດຄຳ ນອກຣະບົບ ປະຖິ້ມ ສາຣບາຫລອດ ລົງໃນແມ່ນ້ຳ ເປັນກາຣສ້າງ ຄວາມເສັຽຫາຍ ໃຫ້ກັບສິ່ງ ແວດລ້ອມ ແລະ ກໍ່ໃຫ້ເກີດ ບັນຫາທາງດ້ານ ສຸຂພາບ.
ຫວາດ ສີມູນ
2010.02.09

ໃນປັຈຈຸບັນນີ້ ແມ່ນ້ຳ ຫລາຍສາຍໃນ ສປປລາວ ໂດຽສະເພາະ ໃນແຂວງທີ່ມີ ກາຣຂຸດຄຳ ເກີດມີນ້ຳເນົ່າເສັຽ ເຮັດໃຫ້ ປະຊາຊົນ ທີ່ອາສັຍ ຢູ່ຕາມ ບໍຣິເວນ ແມ່ນ້ຳ ເປັນພຍາທ ຖອກທ້ອງ ຍ້ອນຍັງມີນັກ ທຸຣະກິຈ ແລະ ປະຊາຊົນ ສ່ວນໜຶ່ງ ທີ່ດຳເນີນ ກາຣຂຸດຄຳ ແບບນອກຣະບົບ ໄດ້ປະຖິ້ມ ສາຣບາຫລອດ ໄວ້ຕາມແມ່ນ້ຳ ດັ່ງເຈົ້າໜ້າທີ່ ຫ້ອງກາຣ ສິ່ງແວດລ້ອມ ແຂວງບໍຣິຄຳໄຊ ທ່ານໜຶ່ງກ່າວວ່າ:

“ທາຕບາຫລອດ ທາຕຊນິດທີ່ ກັ່ນກອງກ່ຽວກັບ ເຣື່ອງແຮ່ທາຕ ກໍມາຈາກ ນັກທຸຣະກິຈ ຈຳນວນໜຶ່ງ ປະຊາຊົນ ຫລືວ່າຊາວບ້ານ ທີ່ໄປເອົາ ຄຳນອກຣະບົບ ເຮັດຕາມໃຈ ຂອງຕົນເອງ ແລະ ກໍບໍ່ມີຄວາມ ຮັບຜິດຊອບ ເຮັດແລ້ວ ກໍຖືວ່າຖິ້ງ (ຖິ້ມ) ລົງໃນດິນ ຖິ້ງ (ຖິ້ມ) ລົງໃນນໍ້າ”.

ເຈົ້າໜ້າທີ່ລາວ ທ່ານນີ້ ໃຫ້ກາຣ ອະທິບາຍ ເພີ່ມວ່າ: ນອກຈາກນັກ ທຸຣະກິຈ ແລະ ປະຊາຊົນ ບາງສ່ວນ ດັ່ງກ່າວນີ້ແລ້ວ ຍັງມີ ບໍຣິສັທ ຈຳນວນໜຶ່ງ ທີ່ບໍ່ປະຕິບັຕ ຕາມກົດ ປະເມີນຜົລ ສິ່ງແວດລ້ອມ ຂອງໜ່ວຍງານ ກ່ຽວຂ້ອງ ດັ່ງທີ່ທ່ານໄດ້ ກ່າວຕື່ມວ່າ:

“ດຽວນີ້ກໍຍັງ ທຳກັນຢູ່ ວິທີແກ້ນີ້ ຕ້ອງໃຫ້ຢຸດໃນກາຣຂຸດຄົ້ນ ນອກຣະບົບ ຕ້ອງເດັດຂາດ ຕ້ອງໄດ້ໃຊ້ ມາຕຣາກາຣ ທີ່ເດັດຂາດ ມີແຕ່ໃຊ້ ມາຕຣາກາຣ ອຳນາຈ ຣັຖລົງໄປ”.

ພ້ອມດຽວກັນນີ້ ທ່ານກໍວ່າ ຈາກກາຣຄົ້ນຄວ້າ ແລະ ວິຈັຍຂອງ ໂຄງກາຣ ຄຸ້ມຄອງ ນ້ຳສະອາດ ກະຊວງ ສາທາຣະນະສຸຂ ກໍວ່າ ຫລາຍແຂວງໃນ ສປປລາວ ກໍມີບັນຫາ ນ້ຳເປິເປື້ອນ ຈາກທາຕ ບາຫລອດ ທາຕເຫລັກ ແລະເຊື້ອພຍາທ ຕ່າງໆໃນດິນ ຊຶ່ງເປັນກາຣ ສົ່ງຜົລກະທົບ ຕໍ່ສຸຂພາບ ຂອງປະຊາຊົນ ທີ່ທຳມາຫາກິນ ຢູ່ຕາມ ທັມມະຊາຕນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.