ແຂວງວຽງຈັນຊອກແກ້ ບັນຫາແຫ້ງແລ້ງ
2010.03.26
ແຂວງວຽງຈັນ ໄດ້ເລັ່ງແກ້ໄຂບັນຫາ ໃຫ້ແກ່ປະຊາຊົນ ໂດຍການຊອກຫາ ແຫລ່ງນ້ຳ ທັມມະຊາດ ໃຫ້ຜູ້ທີ່ຢູ່ອາສັຍ ໃນເຂດພັທນາ ທີ່ໄດ້ຮັບຜົນ ກະທົບກະເທືອນ ຈາກການຕັນນໍ້າ ຈາກເຂື່ອນ ຈົນເຮັດໃຫ້ນ້ຳ ຂາດເຂີນບໍ່ພໍໃຊ້ ສຳລັບຊີວິດ ປະຈຳວັນແລະ ການກະເສຕ. ດັ່ງເຈົ້າໜ້າທີ່ ຈາກຫ້ອງການ ສິ່ງແວດລ້ອມ ແຂວງວຽງຈັນ ເວົ້າວ່າ:
"ກໍມີແທ້ ສະເພາະຢູ່ເຂດ ພັທນາ ກໍໄດ້ຖືວ່າມັນ ເປັນເຂດພິເສດ ເຂດພັທນາ ຢູ່ນ້ຳລີກ 1, 2 ຫລັງຈາກເຮົາຕັນ ເຂື່ອນແລ້ວນ້ຳ ກໍຂາດ ຂາດເຮົາຕ້ອງເລັ່ງ ໃສ່ເຣື້ອງ ການຂຸດນ້ຳສ້າງບໍ ຫລືວ່າຊອກນ້ຳ ບາດານບໍ ແລ້ວເອົານ້ຳລິນ ມາຈາກພູ ເຮັດໃຫ້ປະຊາຊົນຢູ່ 8–9 ບ້ານທີ່ມີ ຜົນກະທົບໂຕນີ້".
ເຈົ້າໜ້າທີ່ ອະທິບາຍວ່າ ການຕັນນ້ຳກໍເພື່ອ ຮັກສານ້ຳໄວ້ສຳລັບ ການຜລິດກະແສ ໄຟຟ້າ ຊຶ່ງປະຊາຊົນ ໂດຍທົ່ວໄປແລ້ວ ຈະບໍ່ໄດ້ຮັບ ຜົນກະທົບ ແຕ່ 9 ໝູ່ບ້ານທີ່ໄດ້ ຮັບຜົນກະທົບ ນີ້ກໍເພາະວ່າເປັນ ເຂດໝູ່ບ້ານພັທນາ ດັ່ງນັ້ນເຣື້ອງການ ສ້າງໂຄງຮ່າງພື້ນຖານ ຈຶ່ງຍັງບໍ່ສຳເຣັດ ຮຽບຮ້ອຍ ຄືໝູ່ບ້ານ ໃກ້ຄຽງອື່ນໆ.
ເຈົ້າໜ້າທີ່ໄດ້ ເວົ້າເຖິງ ຜົນກະທົບກະເທືອນ ຂອງປະຊາຊົນ ທີ່ອາສັຍຢູ່ແຄມ ຝັ່ງແມ່ນ້ຳຂອງວ່າ ປັດຈຸບັນນີ້ ຍັງບໍ່ທັນໄດ້ສຳຣວດເທື່ອ ແຕ່ຈາກເຫດການ ປັດຈຸບັນ ທ່ານກໍຄາດວ່າ ຕ້ອງມີການ ກະທົບກະເທືອນ ແນ່ນອນ ແຕ່ຍັງບໍ່ຮູ້ວ່າ ໜ້ອຍຫລາຍປານໃດ. ທ່ານວ່າ:
"ລະຍະເດືອນນີ້ ນ້ຳຈະແຫ້ງລົງ ສະເພາະນ້ຳຂອງ ຍັງບໍ່ໄດ້ໄປ ຕິດຕາມເບິ່ງ ວ່າມີຜົນ ກະທົບຢ່າງໃດແທ້ ເວົ້າທັງຮວມແລ້ວ ສະພາບການກະທົບ ເຣື້ອງນ້ຳແຫ້ງ ກໍຍັງບໍ່ທັນມີ ຜົນກະທົບແຮງ ຜົນກະທົບຈາກ ນ້ຳແຫ້ງກໍຍັງ ບໍ່ທັນເຫັນວ່າມີ.
ເຈົ້າໜ້າທີ່ເວົ້າ ສະລຸບວ່າ ເຫດການນ້ຳແຫ້ງ ໃນລະດູນີ້ ກໍເປັນປົກກະຕິ ເວລາລະດູແລ້ງ ໃນເຂດແຂວງວຽງຈັນ ແຕ່ວ່າລະດັບນ້ຳ ໃນປີນີ້ກໍໜ້ອຍ ກວ່າທຸກໆປີທີ່ ຜ່ານມາ ແຕ່ກໍຍັງບໍ່ທັນ ມີປະຊາຊົນ ຮຽກຮ້ອງຂໍຄວາມ ຊ່ອຍເຫລືອເທື່ອ.









