ແຂວງຊຽງຂວາງ ຂາດນໍ້າສະອາດໃຊ້

ເຈົ້າຫນ້າທີ່ຜແນກ ສາທາຣະນະສຸຂ ທີ່ແຂວງຊຽງຂວາງ ກ່າວເຖີງບັນຫາ ທີ່ທາງແຂວງຕ້ອງໄດ້ ປັບປຸງແລະແກ້ໄຂ ນັ້ນກໍຄືບັນຫາ ຂາດນໍ້າສະອາດ.

ວຽກງານການປ້ອງກັນ ໂຣຄຣະບາດ ປະເພດຕ່າງໆນັ້ນ ແມ່ນເກີດຈາກບັນຫາ ການຂາດແຄນແຫລ່ງນ້ຳສະອາດ ໃນຫລາຍພື້ນທີ່ ທີ່ພາໃຫ້ປະຊາຊົນ ເກີດໂຣຄຈາກການດື່ມນ້ຳ ທີ່ບໍ່ສະອາດຫລາຍຂື້ນ. ແຕ່ສຳລັບວຽກງານ ດ້ານປີ່ນປົວໂຣຄຕ່າງໆນັ້ນ ທາງການແຂວງຍັງຂາດ ບຸກຄຣາກອນແລະອຸປກອນ ການແພດຫລາຍຢູ່. ດັ່ງທ່ານກ່າວໃນຕອນນື່ງວ່າ:

"ບ້ານຊຸມຊົນທີ່ເອີ້ນວ່າ ຂາດຣະບົບນ້ຳບໍ່ ຕົວນີ້ເນີ ຈະເປນັບັນຫາໃຫຍ່ ສຳລັບເຂດຊົນນະບົດ ທີ່ຂະເຈົ້າຍັງບໍ່ທັນ ສົມມຸດວ່າ ເຂົາເຈົ້າຢູ່ຫ່າງໃກ ຈາກສະຖານທີ່ ນ້ຳສອາດ".

ທ່ານກ່າວຕໍ່ໄປວ່າ ໃນຊ່ວງຣະດູຝົນຜ່ານມາ ຈະພົບຜູ້ປ່ວຍເປັນ ໂຣຄຖອກທ້ອງແລະໄທຟອຍ ເປັນຈຳນວນຫລວງຫລາຍ ຈາກການດື່ມນ້ຳແລະ ກີນອາຫານທີ່ບໍ່ ສະອາດຊື່ງໃນປັດຈຸບັນ ເຈົ້າຫນ້າທີ່ກຳລັງ ເຂົ້າໄປເກັບຂໍ້ມູນ ຕາມບ້ານຕ່າງໆ ເພື່ອຈະສ້າງຣະບົບນ້ຳສະອາດ ເຊັ່ນການຂຸດນ້ຳສ້າງ ຫລືນ້ຳບາດານ ຫລືຣະບົບນ້ຳລີນ ໃຫ້ແກ່ພວກຂະເຈົ້າ. ມີການໂຄສະນາ ຊັກຊວນໃຫ້ປະຊາຊົນ ຮູ້ຈັກການດື່ມນ້ຳສະອາດ ຫລືຊັກຊວນໃຫ້ ພວກຂະເຈົ້າຮູ້ ຈັກວິທີຕົ້ມນ້ຳ ໃຫ້ສຸກກ່ອນຈະດື່ມ ໃນແຕ່ລະຄັ້ງ ທ່ານກ່າວກ່ຽວກັບ ການປີ່ນປົວໂຣຄຕ່າງໆ ໃນແຂວງຊຽງຂວາງວ່າ:

"ດຽວນີ້ກໍ່ມີຫລາຍ ຢ່າງເນາະ ກ່ຽວກັບວຽກງານ ການປີ່ນປົວນີ້ ກໍ່ຈະໄດ້ປັບປຸງ ສະຖານທີ່ບໍຣິການ ຢາກຈະໃຫ້ສນອງ ອຸປກອນການແພດ ແລ້ວກໍ່ປັບປຸງຍົກຣະດັບ ທາງດ້ານວຽກງານຂອງບຸກຄຣາກອນຕື່ມ".

ແຂວງຊຽງຊວາງຈະໄດ້ ເຂົ້າຮ່ວມເປັນເມືອງເປົ້າຫມາຍ ໃນໂຄງການສ້າງບ້ານ ແບບຢ່າງສາທາຣະນະສຸຂ ຈາກການຊ່ອຍເຫລືອ ຂອງທະນາຄານພັທນາເອເຊັຽ ໃນປີ 2010-2013 ໂດຍຈະມີການຊັກຊວນ ໃຫ້ເປັນຊຸມຊົນ ມີສຸຂພາບເຂັ້ມແຂງ ປະກອບກັບ ສີ່ງແວດລ້ອມທີ່ດີ ໃນການດຳຣົງຊີວີດ ຂອງພວກຂະເຈົ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org