ເມືອງສນາມໄຊ ແຂວງອັຕປື ອາຈໄດ້ຮັບ ຜົນກະທົບຈາກ ໂຄງການ Salco Bauxite

ໂຄງການ Salco Bauxite ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ອາດສົ່ງຜົນກະທົບ ໃສ່ເມືອງ ສນາມໄຊແຂວງ ອັຕປື ເປັນສ່ວນຫລາຍ.
ຈຳປາທອງ
2009.09.03

ຈາກການສຶກສາ ເຖິງຜົນກະທົບ ດ້ານສິ່ງແວດລ້ອມ ຂອງໂຄງການ Salco Bauxite ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ໃນເບື້ອງຕົ້ນພົບວ່າ, ອາດສົ່ງຜົນກະທົບ ໃສ່ເມືອງສນາມໄຊ ແຂວງອັຕປື ເປັນສ່ວນຫລາຍ ຍ້ອນຝຸ່ນລະອອງ ທີ່ຈະເກີດຈາກ ໂຮງງານນັ້ນ, ດັ່ງເຈົ້າໜ້າທີ່ ຫ້ອງການສິ່ງແວດລ້ອມ ແຂວງຈຳປາສັກ ເວົ້າວ່າ:

"ມີກະທົບຫລາຍຢູ່ ເພາະວ່າF ບ່ອນຜລິດໂຮງງານ ຢູ່ທາງເບື້ອງ ແຂວງອັຕປື ອາດຈະໄດ້ໂຍກຍ້າຍ ເມືອງສນາມໄຊ ເພາະວ່າ ບ່ອນຕັ້ງໂຮງງານ ມັນຕັ້ງຢູ່ໃກ້ໆ ຕົວເມືອງສນາມໄຊ ກໍເລື່ອງຝຸ່ນລະອອງ ຫັ້ນແຫລະ."

ທ່ານກ່າວຕື່ມອີກວ່າ ນອກຈາກບັນຫາ ຝຸ່ນລະອອງແລ້ວ, ຍັງອາດຈະເກີດ ມີບັນຫາຈາກ ສານເຄມີ ທີ່ຈະຕົກຄ້າງ ໃນຂະບວນການຜລິດ Bauxite ແລະຜົນກະທົບ ນັ້ນ, ຈະເປັນຜົນກະທົບ ຕໍ່ສະພາບແວດລ້ອມ ໃນໄລຍະຍາວ.

ນອກຈາກນັ້ນກໍຍັງມີ ໂຄງການກໍ່ສ້າງ ໂຮງງານໄຟຟ້າ ຖ່ານຫີນລິກໃນ ເພື່ອສະໜອງໄຟຟ້າ ໃຫ້ໂຮງງານ Bauxite ທີ່ອາດຈະເກີດ ຜົນກະທົບໃສ່ສິ່ງ ແວດລ້ອມ ແລະສັງຄົມເຊັ່ນກັນ. ທ່ານວ່າ ທາງໂຄງການ ກໍໄດ້ມີແຜນ ປ້ອງກັນຜົນ ກະທົບນັ້ນດ້ວຍການ ເຮັດຄູກັ້ນ ບໍ່ໃຫ້ສານເຄມີ ໃຫລລົງສູ່ ນ້ຳເຊກອງ ເຊປ່ຽນ ພ້ອມທັງກຽມ ໂຍກຍ້າຍປະຊາຊົນ ອອກຈາກທີ່ນັ້ນ.

ທ່ານວ່າ "ຢູ່ໃນບົດຂຽນນີ້ ຕ້ອງໄດ້ໂຍກຍ້າຍ ບ່ອນໃດຖືກກະທົບ ນີ້ຕ້ອງໄດ້ໂຍກຍ້າຍ ໄປຕັ້ງບ້ານເຮືອນ ໃຫ້ປະຊາຊົນ ຂື້ນໃໝ່ໝົດ ຕ້ອງໃຫ້ມີຊີວິດ ການເປັນຢູ່ດີ ກວ່າເກົ່າ."

ແຕ່ບ້ານໃໝ່ ທີ່ພາກສ່ວນກ່ຽວຂ້ອງ ຈະຈັດສັນ ໃຫ້ປະຊາຊົນ, ທີ່ຈະຖືກຜົນກະທົບ ຈາກໂຮງງານນັ້ນ, ແມ່ນຍັງບໍ່ມີ ການເປີດເຜີຍ ຢ່າງເປັນທາງການ ແຕ່ຄາດວ່າ ຈະບໍ່ໄກຈາກ ບ້ານເດີມ ຂອງພວກເຂົາເຈົ້າ.

ໂຄງການ Salco Bauxite ເປັນໂຄງການຮ່ວມ ລົງທຶນຂອງ ລາວ, ໄທ ແລະຈີນ ໄດ້ສຳຣວດໃນ ແຂວງຈຳປາສັກ ແລະອັຕປື ມາຕັ້ງແຕ່ປີ2007 ແລະຄາດວ່າ ຈະໄດ້ຮັບການ ອະນຸມັດໃຫ້ ສັມປະທານ ຈາກຣັຖບານລາວ ໃນປີໜ້ານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.