ປ່າສງວນໃນພາກໃຕ້ ຖືກສັມປະທານ ກວມເອົາ
2010.03.17
ໂຄງການສັມປະທານ ຫລາຍໂຄງການ ໃນເຂດພາກໃຕ້ ຂອງລາວ ກວມປ່າສງວນແຫ່ງຊາດ ຫລາຍແຫ່ງ. ນັກວິຊາການ ຈາກຄນະປ່າໄມ້ ມະຫາວິທຍາລັຍ ແຫ່ງຊາດ ເປີດເຜີຍວ່າ ພື້ນທີ່ສັມປະທານ ບໍ່ແຮ່ ໃນເຂດອ່າງນ້ຳ ເຊກອງ ສ່ວນຫລາຍກວມທີ່ດີນ ໃນເຂດປ່າສງວນ ແຫ່ງຊາດ ແລະ ປ່າອະນຸລັກ ທີ່ສຳຄັນ ໃນພື້ນທີ່ດັ່ງກ່າວ ເກືອບທັງຫມົດ. ທ່ານ ຢາກຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ກຳນົດມາຕການ ການປະຕິບັດງານ ໃນພື້ນທີ່ ສັບຊ້ອນກັບເຂດ ປ່າສງວນວ່າ ຄວນຈະເຮັດ ແນວໃດ ເພືອ່ບໍ່ໃຫ້ກະທົບ ພື້ນທີ່ປ່າໄມ້ ໃນຂົງເຂດດັ່ງກ່າວ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ບັນດາໂຄງການ ສະເພາະ ທີ່ວ່າເຂດ ສັມປະທານ ບໍ່ແຮ່ ທີກຳລັງ ອະນຸມັດ ໄປກໍ່ດີຫລືວ່າ ບັນດາໂຄງການ ທີ່ກຳລັງສືກສາ ຢູ່ນີ້ ແມ່ນກວມເອົາ ຫລາຍເຂດເຊັ່ນ ເຮົາເຫັນໄດ້ປ່າສງວນ ແຫ່ງຊາດ ເຊປ່ຽນນີ້ ກັບປ່າດົງ ອຳພາມນີ້ ໂຄງການສັມປະທານ ເກືອບວ່າ ກິນພື້ນທີ່ ໃນນັ້ນເກືອບຫມົດ".
ທ່ານກ່າວ ຕໍ່ໄປວ່າ ໃນປີ 2009 ຄນະທີມງານ ຈາກຄນະປ່າໄມ້ ມະຫາວິທຍາລັຍ ແຫ່ງຊາດ ໄດ້ລົງໄປເກັບ ຂໍ້ມູນສຳຣວດ ຊັພຍາກອນ ທັມມະຊາດ ແລະການນຳໃຊ້ທີ່ດີນ ໃນເຂດອ່າງນ້ຳ ເຊກອງ ທີ່ກວມເອົາ 4 ແຂວງພາກໃຕ້ ເພື່ອມາເຮັດເປັນ ເອກກະສານ ສເນີຕໍ່ຣັຖບານ ໃນການຈັດແຜນພັທນາ ໃນເຂດອ່າງນ້ຳ ເຊກອງ ຈາກການສືກສາ ພົບວ່າ ໂຄງການ ດັ່ງກ່າວ ຫລາຍໂຄງການ ກວມເອົາດີນປ່າສງວນ ໄປຢ່າງຫລວງຫລາຍ ທ່ານກ່າວເພີ້ມອີກວ່າ:
"ນອກຈາກປ່າສງວນ ສອງບ່ອນແລ້ວ ກໍ່ຍັງມີປ່າສງວນ ຂອງແຂວງ ຂອງເມືອງ ອັນນີ້ເຮົາຈະ ກຳນົດແນວໃດ ຄັນເຮັດເປັນ ປ່າສງວນແລ້ວ ບໍ່ແຮ່ຊີ່ມາໄດ້ບໍ ສັມປະທານ ທີ່ດີນໄດ້ບໍ ໄຟຟ້ານ້ຳຕົກ ມາໄດ້ບໍ ເຮັດຊີ່ເຮັດແນວໃດ".
ທ່ານກ່າວ ມ້ວນທ້າຍວ່າ ທຸກພາກສ່ວນ ຕ້ອງເອົາໃຈໃສ່ ໃນການຕັດສີນ ບັນຫາດັ່ງກ່າວ ວ່າຈະເຮັດແນວໃດ ໃນການພັທນາ ເພື່ອບໍ່ໃຫ້ ກະທົບປ່າໄມ້ ຂອງປ່າສງວນ ແຫ່ງຊາດເຊປ່ຽນ ທີ່ແຂວງຈຳປາສັກ ທີ່ມີພື້ນທີ່ ປະມານ 2 ແສນ 4 ມື່ນເຮັກຕາ ແລະ ປ່າສງວນດົງອຳພາມ ໃນແຂວງອັຕປື ທີ່ພື້ນທີ່ ປະມານ 2 ແສນເຮັກຕາ ບໍ່ໃຫ້ສູນເສັຽ ໄປລ້າໆ.









