ສຳຣວດ ແກສ ແລະ ນ້ຳມັນ ສວັນນະເຂດ

ໂຄງການສຳຣວດ ແກສ ທັມມະຊາດແລະນ້ຳມັນ ຂອງບໍຣີສັດອັງກີດ ທີ່ແຂວງສວັນນະເຂດ ຍັງຄົງ ດຳເນີນງານ ການສຳຣວດຕໍ່ໄປ ໃນເວລານີ້.
ສິດນີ
2009.05.13

ຫລັງຈາກທີ່ ບໍຣີສັດ Salamander ໄດ້ຮັບ ສັມປະທານ ໃນການສຳຣວດ ແລະຄົ້ນຂຸດ ແກສທັມມະຊາດ ແລະນ້ຳມັນທີ່ ແຂວງສວັນນະເຂດ ໃນຮະຍະທີ່ ຜ່ານມາ ຊື່ງໃນ ເວລານີ້ ບໍຣີສັດ ດັ່ງກ່າວ ໄດ້ລົງມືໃນ ການສຳຣວດ ຢ່າງເປັນທາງການ ມາໄດ້ນື່ງປີ ແລ້ວ ກໍ່ຈະສືບຕໍ່ ໃນການສຳຮວດ ຈົນກວ່າຈະຫມົດ ກຳນົດການໃຫ້ ສັມປະທານ. ດັ່ງທ່ານ ພອນແກ້ວ ພຸທປະຍາຣາດ ຫົວຫນ້າຫ້ອງການ ພະລັງງານ ທີ່ແຂວງ ສວັນນະເຂດ ເວົ້າວ່າ:

ຖ້າສຳຮວດໃວ ກໍ່ສລູບໄດ້ ໃວວ່າ 5 ປີ ຖ້າບໍພໍ້ກໍ່ ຈະຕໍ່ເວລາ ຖ້າພົບໃນ 3-4 ປີ ກໍ່ຈະບໍລໍ ຖ້າຣອດ 7 ປີ.

ໃນການຂຸດຄົ້ນ ແຕ່ການສຳຮວດ ຄາດວ່າ ຈະໃຊ້ເວລາ 7 ປີ. ບໍຣິສັດ ສາລາແມນເດີ ໄດ້ຮັບ ສັມປະທານ ໃນການສຳຣວດ ນ້ຳມັນ ແລະ ແກສ ທັມມະຊາດ ຈາກ ຣັຖບານໃນ 2 ພື້ນທີ່ດັ່ງທີ່ ແຂວງສວັນນະເຂດ ແລະສາຣະວັນ ໃນອານາຄົດ ອາດຈະຂໍ ສຳຣວດທີ່ ແຂວງວຽງຈັນ ນຳອີກ ແຕ່ການສຳຣວດ ໃນເບື້ອງຕົ້ນ ມາໄດ້ນື່ງ ປີແລ້ວນັ້ນ ແມ່ນຢູ່ແຂວງ ສວັນນະເຂດ ໃນເຂດບ້ານທ່າສໂນ ໃນພື້ນທີ່ ປະມານ 31 ພັນກິໂລແມດ ມົນທົນ ມີຄວາມຫມັ້ນ ໃຈເຖີງ 70% ທີ່ຈະພົບນ້ຳມັນ ແລະ ແກສ ທັມມະຊາດ ໃນເຂດນັ້ນ ແຕ່ທາງ ບໍຣີສັດ ຍັງບໍ່ ເປີດເຜີຍເທື່ອ.

ສ່ວນທີ່ແຂວງ ສາຣະວັນນັ້ນ ຍັງບໍທັນມີ ການສຳຣວດເທື່ອ ສຳລັບ ແຂວງວຽງຈັນ ໃນອານາຄົດ ບໍຣີສັດ ດັ່ງກ່າວຈະຂໍ ສັມປະທານ ໃນການສຳຣວດ ຈາກຣັຖບານ ໃນພື້ນທີ່ ປະມານ 37 ພັນເຮັກຕາ ແຕ່ບໍ່ໄດ້ໃຫ້ ລາຍລະອຽດວ່າ ຢູ່ເຂດໃດ.

ທາງການລາວ ຖືວ່າ ອຸດສາຫະກັມ ຂຸດແຮ່ທາດ ໃນລາວ ເປັນສວ່ນນື່ງ ໃນການ ພັທນາເສຖກິດ ຂອງລາວ ທີ່ຈະຊ່ວຍໃຫ້ລາວ ຫລຸດພົ້ນ ຈາກການເປັນ ປະເທດ ດ້ອຍພັທນາ ແລະຄວາມທຸກຈົນ ໃຫ້ໄດ້ ໃນປີ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.