ການລັກຕັດໄມ້ ໃນລາວ

ການລັກຕັດໄມ້ ໃນລາວ ຍັງປະຕິບັດ ກັນຢູ່ຢ່າງກວ້າງຂວາງ ໃນທົ່ວປະເທດ.
ສິດນີ
2010.03.16

ກົມກວດກາປ່າໄມ້ ກະຊວງກະສີກັມ ປ່າໄມ້ລາວ ລາຍງານວ່າ ວ່າງເດືອນທີ່ຜ່ານມາ ເຈົ້າຫນ້າທີ່ປ່າໄມ້ ໄດ້ກວດພົບການ ລັກລອບຕັດໄມ້ ແລະ ສາມາດຢຶດໄມ້ໄດ້ ທີ່ແຂວງ ໄຊຍະບຸລີ 220 ຕັບ ທີ່ປະກອບ ດ້ວຍໄມ້ດູ່ ໄມ້ຄຳພີ ຈຳນວນ 175 ຕັບ, ຫລືປະມານ 98 ແມດກ້ອນ ພ້ອມທັງສາມາດ ກວດພົບໄມ້ ປະເພດຫວງຫ້າມ ແລະ ໄມ້ປະເພດຄຸ້ມຄອງ ທີ່ຖືກລັກຕັດ ອີກປະມານ 1,230 ຕັບ ຫລືປະມານເກືອບ 220 ແມດກ້ອນ. ນອກຈາກນັ້ນ ຍັງມີໄມ້ແຕ້ຂ່າ ຈຳນວນ 38 ທ່ອນ ແລະ ໄມ້ມີຄ່າອີກ ຈຳນວນນື່ງ ທີ່ພົບເຫັນ ຢູ່ຕາມໂຮງງານ ຫລາຍແຫ່ງໃນແຂວງ.

ເຈົ້າຫນ້າທີ່ປ່າໄມ້ ຍັງໄດ້ເປີດເຜີຍ ອີກວ່າ ໂຮງງານປຸງແຕ່ງໄມ້ 7 ແຫ່ງໃນຈຳນວນ 9 ແຫ່ງທີ່ຖືກ ກວດກາຢູ່ໃນ 4 ຕົວເມືອງຂອງແຂວງ ຄຳມ່ວນ ພົບເຫັນ ມີໄມ້ເຖື່ອນ ຢູ່ໃນການ ຄອບຄອງ ແລະ ຖືກສັ່ງປິດກິຈການ ໄປຊົ່ວຄາວ ເພື່ອການສືບສວນ ເພີ້ມເຕີ່ມ. ເຈົ້າຫນ້າທີ່ ຈາກຫ້ອງການດັ່ງກ່າວ ເປີດເຜີຍຕໍ່ໄປວ່າ ຢູ່ແຂວງອຸດົມໄຊ ເຈົ້າຫນ້າທີ່ສາມາດ ຍຶດໄມ້ແຕ້ຂ່າໄດ້ 47 ທ່ອນແລະໄມ້ ແປຮູບ 47 ຕັບ ປະມານ 6, 700 ແມດກອ້ນ. ທີ່ແຂວງ ສວັນນະເຂດ ຫນ່ວຍງານປ່າໄມ້ ທີ່ແຂວງດ່ັງກ່າວ ກໍ່ສາມາດຍຶດ ໄມ້ຂະຍຸງໄດ້ ປະມານ 12 ຕັບ ແລະໄມ້ຊນິດອື່ນໆ ທີ່ມີນ້ຳຫນັກ ປະມານ 9 ກວ່າແມດກ້ອນ.

ວ່າງຕົ້ນເດືອນມີນາ ຢູ່ແຂວງຫົວພັນ ມີກຸ່ມຄົນບໍ່ດີ ເຂົ້າມາລັກລອບ ຕັດໄມ້ ແລະເຄື່ອນຍ້າຍໄມ້ ເຂົ້າໂຮງເລື່ອຍ ແບບຜິດກົດຫມາຍ ໃນນັ້ນ ເຈົ້າຫນ້າທີ່ ສາມາດກວດ ພົບໄມ້ ໂລ່ງເລ່ງປະມານ 173 ທ່ອນຫລື ປະມານ 20 ແມດກອ້ນ ແລະທີ່ແຂວງ ໄຊຍະບຸຣີ ເຈົ້າຫນ້າທີ່ ສາມາດກົດພົບ ໄມ້ດູ່ ປະມານ 152 ທ່ອນຫລືປະມານ 125 ແມດກອ້ນ. ຢູ່ແຂວງສວັນນະເຂດ ເຈົ້າຫນ້າທີ່ປ່າໄມ້ ກໍ່ສາມາດຍຶດໄມ້ດູ່ ໄມ້ແຕ້ຂ່າໄດ້ 300 ກວ່າທ່ອນ ຫລືປະມານ 50 ແມດກ້ອນ ຢູ່ເມືອງ ອາສພັງທອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.