ກາຣພັທນາແລະການ ສູນເສັຽຊັພຍາກອນ ໃນລາວ

ສປປລາວ ໄດ້ສູນເສັຽ ຊັພຍາກອນ ທັມມະຊາຕ ບາງສ່ວນ ໃນໂຄງກາຣ ພັທນາປະເທສ.
ຫວາດ ສີມູນ
2010.05.12

ເພື່ອປະຕິບັຕ ຕາມໂຄງກາຣ ພັທນາປະເທສ ທາງກາຣ ສປປລາວ ຕ້ອງໄດ້ອາສັຍຊາວ ຕ່າງປະເທສເຂົ້າມາ ລົງທຶນ ໃນດ້ານຊັພຍາກອນ ໂດຽສະເພາະກາຣ ຂຸດຄົ້ນ ບໍ່ແຮ່ທາຕຕ່າງໆ ທີ່ທາງກາຣລາວ ຫວັງຈະມີຣາຍຮັບ ເພື່ອນຳໄປໃຊ້ ໃນໂຄງກາຣອື່ນໆ ຊ່ວຍເຫລືອ ປະຊາຊົນ ໃຫ້ຫລຸດພົ້ນຈາກ ຄວາມທຸກຂ໌ຍາກ ດັ່ງທ່ານ ທອງມີ ພົມວິໄຊ ຮອງຣັຖມົນຕຣີ ກະຊວງແຜນກາຣໆ ລົງທຶນກ່າວວ່າ:

“ບໍ່ແຮ່ ພວກເຮົາກໍໄດ້ ເຣີ່ມຕົ້ນຂຸດຄົ້ນ ທີ່ຈຸດສຳຄັນ ຕົວຢ່າງ ເຊໂປນບໍ ພູເບັ້ຽ ມາຍນິ໊ງບໍ ອັນນີ້ກໍເຣັດໃຫ້ ຖືວ່າມີຣາຍຮັບ ເພີ່ມຂຶ້ນ ໃນງົບປະມານ ພວກເຮົາມີຄວາມ ຈຳເປັນ ທີ່ວ່າປະເທສ ຂອງເຮົາຍັງທຸກຂ໌ຍາກ ກໍຈະຕ້ອງໄດ້ ຂຸດບາງຈຸດ ທີ່ມີເສຖກິຈ ເພື່ອສົ່ງອອກ”.

ພ້ອມດຽວກັນນີ້ ທ່ານກໍວ່າ ໃນປັຈຈຸບັນນີ້ ມີກາຣຂຸດຄົ້ນ ບໍ່ແຮ່ທາຕຕ່າງໆ ເຊັ່ນ:ກາຣຂຸດຄົ້ນ ບໍ່ທອງ ບໍ່ຄຳ ບໍ່ເຫລັກ ບໍ່ຖ່ານຫີນ ແລະ ອື່ນໆຫລາຍແຫ່ງ ໂດຽມີນັກ ລົງທຶນ ຈາກພາຍໃນແລະ ຕ່າງປະເທສ ທີ່ເຂົ້າມາຂໍ ສັມປະທານ. ນອກຈາກນັ້ນ ກໍມີກາຣໃຫ້ ສັມປະທານ ໃນໂຄງກາຣກໍ່ສ້າງ ເຂື່ອນໄຟຟ້າພລັງງານ ຫລາຍໆແຫ່ງ ມາເລື້ອຽໆ ທີ່ທາງກາຣລາວ ຈະມີຣາຍຮັບ ເຂົ້າງົບປະມານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.