ເຄື່ອງປ່າຂອງດົງ ໃນຫລາຍເຂດແຂວງ ບໍ່ມີການກວດກາ
2009.09.21
ເຈົ້າໜ້າທີ່ກະຊວງ ກະສິກັມ ແລະປ່າໄມ້ເວົ້າວ່າ, ມີຫລາຍແຂວງ ທີ່ຍັງບໍ່ທັນ ເອົາໃຈໃສ່ ໃນດ້ານຄຸ້ມຄອງ ແລະ ຕິດຕາມກວດກາ ກາຣເກັບກູ້ ເຄື່ອງປ່າຂອງດົງ ຕາມແຜນ ທີ່ທາງກາຣໄດ້ ອະນຸຍາຕໃຫ້ນັ້ນ ແຕ່ຢ່າງໃດເທື່ອ ໃນປັຈຈຸບັນນີ້, ຈົນບໍ່ຮູ້ເລີຽ ວ່າເຄື່ອງຂອງທີ່ ເກັບຈາກປ່າດົງ ແລະສົ່ງອອກນັ້ນ ມີນ້ອຍຫລືຫລາຍ ປານໃດ ຊື່ງຖືເປັນກາຣ ສູນເສັຽຜົລປໂຍຊ ຢ່າງຫລວງຫລາຍ ຍ້ອນບໍ່ເຂັ້ມງວດ ໂດຽປະປ່ອຍໃຫ້ ມີກາຣເກັບກູ້ ແບບຊະຊາຍແລະ ເປັນແບບໃຫ້ເຄື່ອງ ປ່າດັບ ສູນຢ່າງວ່ອງໄວ ນຳດ້ວຍ.
ພ້ອມດຽວກັນນີ້ ທ່ານກໍວ່າ ໃນຣະຍະຜ່ານມາ ບັນດາບໍຣິສັທ ຫລືນັກທຸຣະກິຈ ສ່ວນຫລາຍຈະໄດ້ ຮັບອະນຸຍາຕ ເພື່ອເຄື່ອນຍ້າຍຫລື ສົ່ງສິນຄ້າປະເພສ ເຄື່ອງປ່າ ຂອງດົງ ຈາກຂແນງ ອຸຕສາຫະກັມ, ກາຣຄ້າແຕ່ຝ່າຍດຽວ ໂດຽບໍ່ໄດ້ຜ່ານ ກາຣກວດກາທາງດ້ານ “ໂຄຕ໊າຣ໌” ຈາກພາຄສ່ວນ ກະສິກັມ ແລະປ່າໄມ້ ແຕ່ຢ່າງໃດ ເພື່ອຈະສາມາດ ເກັບກຳຂໍ້ມູລ ດ້ານກາຣສົ່ງອອກ ຢ່າງຄັກແນ່ ຈື່ງກາຍເປັນບັນຫາ ທີ່ມີກາຣລັກລອບສົ່ງ ເຄື່ອງປ່າຂອງດົງ ອອກຕລອດຮອດ ມີກາຣເຄື່ອນຍ້າຍ ໄມ້ນ້ອຍອອກຂາຍ ເປັນສິນຄ້າໂດຽ ບໍ່ມີກຳໜົດ ກົດເກນໃດໆ.
ນອກຈາກນັ້ນທ່ານ ຍັງໄດ້ເນັ້ນເຖີງ ບັນຫາ ກາຣອະນຸຍາຕ ໃຫ້ສ້າງຕັ້ງໂຮງງານ ເຜົາຖ່ານ ແບບຊະຊາຍ ໂດຽທີ່ບໍ່ຄຳນືງ ເຖີງຄວາມເສັຽຫາຍ ດ້ານວັຕຖຸດີບ ແຕ່ປະກາຣໃດ ແລະກໍບໍ່ຮູ້ເລີຽ ວ່າຄວນ ຈະອະນຸຍາຕໃຫ້ ໃຊ້ໄມ້ຊນິດໃດ ເພື່ອສົ່ງເຂົ້າໂຮງງານ ເຜົາຖ່ານດັ່ງກ່າວນີ້, ສະນັ້ນ ເຈົ້າໜ້າທີ່ລາວ ທ່ານນີ້ຈື່ງຢາກ ໃຫ້ທາງກາຣກ່ຽວຂ້ອງ ໃນກະຊວງ ກະສິກັມ-ປ່າໄມ້ ແລະກະຊວງ ອຸຕສາຫະກັມ-ກາຣຄ້າ ໄດ້ປະສານງານ ແລະ ວາງມາຕກາຣໃນ ດ້ານກາຣຄຸ້ມຄອງ ແລະ ກວດກາດ້ານກາຣ ເກັບກູ້ເຄື່ອງປ່າ ຂອງດົງ ດັ່ງກ່າວນີ້ຕໍ່ໄປ ໃນອະນາຄົຕ ຢ່າງຄັກແນ່.









