ທາງການລາວ ກຳລັງລໍຖ້າ ການຢືນຢັນ ຄວາມຊ່ວຍເຫລືອ ຈາກສະຫະພັນ ກິລາຄົນພິການ ແຫ່ງອາຊຽນ
2008.01.29

ທາງການລາວ ກຳລັງລໍຖ້າ ການຢືນຢັນ ຄວາມຊ່ວຍເຫລືອ ຈາກສະຫະພັນກິລາ ຄົນພິການ ແຫ່ງອາຊຽນສາກ່ອນ ກ່ອນທີ່ ຈະພິຈາຣະນາວ່າ ຕົນເອງ ຈະສາມາດ ເປັນເຈົ້າພາບ ຈັດການແຂ່ງຂັນກິລາ ອາຊຽນ ພາຣາເກມ ຄັ້ງທີ 5 ໄດ້ຫລືບໍ່.
ເຖິງແມ່ນວ່າການແຂ່ງຂັນກິລາ ອາຊຽນພາຣາເກມ ຄັ້ງທີ 4 ຢູ່ທີ່ແຂວງ ໂຄຣາຊ ຂອງໄທ ໄດ້ສີນສຸດລົງແລ້ວກໍຕາມ. ບັນຫາມີຢູ່ວ່າ ຕໍ່ໄປແມ່ນປະເທດໃດ ຈະເປັນຜູ້ຮັບ ຈັດການແຂ່ງຂັນກິລາ ອາຊຽນພາຣາເກມ ຄັ້ງທີ 5 ຕໍ່ໄປ.
ຕາມປົກະຕິ ແລ້ວ, ຈະຕ້ອງແມ່ນ ສປປ ລາວ ເປັນຜູ້ຮັບຈັດຕໍ່ ເນືອງຈາກວ່າ ຕໍ່ໄປ ສປປ ລາວ ຈະເປັນເຈົ້າພາບ ຈັດການແຂ່ງຂັນ ກິລາອາຊຽນ ຄັ້ງທີ 25 ໃນປີ 2009 ນີ້. ກ່ອນໜ້ານີ້ ທາງການລາວ ກໍໄດ້ໃຫ້ຄວາມເຫັນ ໄປແລ້ວວ່າອາດບໍ່ສາມາດ ຮັບໄດ້ ຍ້ອນບໍ່ມີຄວາມຕຽມພ້ອມ ໃນຫລາຍດ້ານ. ກ່ຽວກັບເຣື້ອງນີ້ ທ່ານ ດຣ. ປະເສີດ ໂພທິສານ ຮອງປະທານ ສະຫະພັນກິລາ ຄົນພິການ ແຫ່ງຊາດລາວວ່າ ກຳລັງພິຈາຣະນາ ຄວາມເປັນໄປໄດ້ ອີກຄັ້ງໃໝ.
(ສຽງ) "ຊ່ວງລະຍະນີ້ ພວກເຮົາບໍ່ທັນກຽມພ້ອມ ໝາຍຄວາມວ່າ ອາດຈະລໍໄປກ່ອນ ສັກລະຍະນຶ່ງ ບາງທີກໍອາດ ຈະມີຄວາມສາມາດ ຮັບໄດ້ຖ້າວ່າ ປະເທດເພື່ອນມິດ ມີການສະນັບສະໜູນ ບວກໃສ່ ກັບທຶນຣັຖ ອາດຈະເປັນໄປໄດ້ ບໍ່ໝາຍຄວາມວ່າ ຕັດຂາດເລີຽວ່າບໍ່ຮັບ."
ໃນວັນປິດການແຂ່ງຂັນກິລາອາຊຽນ ພາຣາເກມ ຢູ່ທີ່ນະຄອນຣາຊະສິມມາ ນັ້ນ ລາວບໍ່ໄດ້ໄປຮັບເອົາທຸງ ໃນການເປັນເຈົ້າພາບກິລາ ອາຊຽນພາຣາເກມ ຈາກປະ ເທດໄທເລີຽ. ທ່ານ ດຣ. ປະເສີດວ່າ ລາວອາດປ່ຽນໃຈ ຮັບໜ້າທີ່ດັ່ງກ່າວໄດ້ ແຕ່ຂໍເບິ່ງເງືອນໄຂ ຂອງການຊ່ວຍເຫລືອ ຈາກສະຫະພັນກິລາ ຄົນພິການແຫ່ງ ອາຊຽນ ທີ່ຈະເດີນທາງ ມາຢ້ຽມຢາມລາວ ໃນໄວໆນີ້ເສັຽກ່ອນ.
ທ່ານວ່າ ສິ່ງທີ່ລາວຕ້ອງການ ໃຫ້ປະເທດເພື່ອນມິດ ຊ່ວຍເຫລືອນັ້ນ ກໍມີ ການປັບປຸງ ໂຄງຮ່າງພື້ນຖານຕ່າງໆ ສຳລັບຈັດການແຂ່ງຂັນກິລາ ຄົນພິການໃຫ້ ຢູ່ໃນລະດັບ ມາຕະຖານ ຣວມໄປເຖິງການສົ່ງຄູຝຶກແອບ ໃຫ້ນັກກິລາຄົນພິການ ຂອງລາວມີຫລາຍຂື້ນ. ຖ້າເງື່ອນໄຂດັ່ງກ່າວນີ້ ຫາກເປັນໄປໄດ້ແລ້ວ ລາວກໍຈະ ຮັບເອົາທຸງ ເປັນເຈົ້າພາບ ຈັດການແຂ່ງຂັນກິລາ ອາຊຽນພາຣາເກມໄດ້.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ທາງການລາວ ສືບຕໍ່ຮ່ວມມື ກັບວຽດນາມ ກ່ຽວກັບ ການກວດກາ ອົງການແຫ່ງຣັຖ ໃຫ້ເລິກເຊີ້ງ ຂື້ນກ່ວາເກົ່າ
- ຕຳຣວຈ ນະຄອນຫລວງວຽງຈັນ ຈັບຜູ້ຕ້ອງຫາ ໃຊ້ກາຈ້ຳປອມ 2 ຄົນ ພ້ອມດ້ວຍ ກາຈ້ຳປອມ 100 ກວ່າອັນ ຮວມທັງ ຂອງທາງກາຣ ຣະດັບສູງ
- ທາງກາຣປະເທດນໍຣ໌ເວຍ໌ ຊອກຫາ ຊ່ອງທາງອື່ນ ເພື່ອສືບຕໍ່ ໃຫ້ກາຣບໍຣິກາຣ ຫລັງຈາກ ທີ່ສະຖານທູຕ “ສວີເດນ” ຖືກປິດລົງ ໃນ ເດືອນສີງຫາ ນີ້ເປັນຕົ້ນໄປ
- ເຮືອຫາງຍາວ ຫລົ້ມໃນກາງລຳນ້ຳຂອງ ເຮັດໃຫ້ ມີຜູ້ເສັຽຊີວີຕ ຫລີຍັງຫາຍສາບສູນ 15 ຄົນ
- ໂຄງການສ້າງເຂື່ອນ ເຊກະໝານ-1 ຕອ້ງການຄົນງານ ຫລາຍກ່ວາ 2,000 ຄົນ
- ກະຊວງກະສິກັມຂອງລາວ ສົ່ງເສີມ ການລ້ຽງປາ ເພື່ອເປັນເສຖະກິດ ປະຈຳຄອບຄົວ ແລະ ໃຫ້ເປັນຕົວຢ່າງ ແກ່ຊາວບ້ານ ໃນຊຸມຊົນ
- ຜະແນກ ສາທາຣະນະສຸກ ແຂວງອັຕະປື ເຕືອນປະຊາຊົນ ບໍ່ໃຫ້ກິນ ອາຫານ ສຸກໆດິບໆ
- ການສໍາຣວດ ແລະສໍາພາດ ຊາວມົ້ງລາວ ຫ້ວຍນໍ້າຂາວ ສໍາເຣັດໄປແລ້ວ 70 ເປີເຊັນ ແລະຄາດວ່າ ຈະເສັດສີ້ນໃນໄວໆນີ້
- ຣັດຖະບານລາວ ຮຽກຮ້ອງ ໃຫ້ທຸກໆແຂວງ ຂອງລາວ ສະກັດກັ້ນ ການຣະບາດ ຂອງໂຣກຖອກທ້ອງ cholera
- ສໍານັກງານຂົນສົ່ງທາງນໍ້າ ແລະ ພານິດນາວີ ແຂວງຊຽງຮາຍ ຂອງໄທ ຕຽມຮັບມື ກັບສະພາບຣະດູແລ້ງ ທີ່ອາດສົ່ງຜົນກະທົບ ຕໍ່ການຂົນສົ່ງ ທາງເຮືອ ຕາມລຳນ້ຳຂອງ