ຈີນ ຈະມອບສນາມກິລາ ໃຫ້ແກ່ ສປປລາວ ເດືອນ ກັນຍາ
2009.09.09
ປະທານປະເທດສປຈີນຮູ໊ຊິ໊ນຕ໊າວ(ຂວາ)ກຳລັງຈັບມືທ່ານຈູມມະລີ ໄຊຍະສອນປະທານປະເທດສປປລທີ່ກຸງປັກກິ່ງໃນວັນທີ7ສິງຫາ 2008.
ໂຄງການກໍ່ສ້າງ ສນາມກິລາ ແຫ່ງຊາດແຫ່ງໃຫມ່, ສຳລັບຊີເກມ ໃນລາວ ທີ່ຈີນໃຫ້ເງີນ ຊ່ວຍເຫລືອນັ້ນ, ໄດ້ເລີ້ມມາແຕ່ ປາຍປີ 2007 ເທົ່າເຖີງປັດຈຸບັນ, ທຸກສີ່ງທຸກຢ່າງ ກໍ່ສຳເຣັດຫມົດແລ້ວ, ຍັງເຫລືອແຕ່ການ ປັບປຸງຕົກແຕ່ງ ສຖານທີ່ພາຍນອກ ບໍຣິເວນອ້ອມ ສນາມເທົ່ານັ້ນ ເພື່ອຕຽມການ ຮັບ-ມອບ ຢ່າງເປັນທາງການ, ຊຶ່ງຈະຈັດຂື້ນ ໃນເດືອນກັນຍານີ້.
ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ຈາກໂຄງການກໍ່ສ້າງ ສນາມກິລາ ແຫ່ງຊາດໃຫມ່ເວົ້າວ່າ:
" ໃນວັນທີ22 ຜູ້ທີ່ ເຂົ້າຮ່ວມງານນີ້, ຈະມີຝ່າຍຈີນ, ຝ່າຍກໍ່ສ້າງ, ກັບຝ່າຍ ທາງສນອງທຸນ, ກັບຝ່າຍລາວ, ການຕົກແຕ່ງ ກໍ່ຖືວ່າໃກ້ ຈະສຳເຣັດແລ້ວ ມີແຕ່ວ່າ ການຕົກແຕ່ງຢູ່ ພາຍນອກ ສນາມດຽວນີ້."
ສນາມກິລາແຫ່ງຊາດ ໃຫມ່ແຫ່ງນີ້ ແມ່ນຈີນໃຫ້ທືນ ໃນການກໍ່ສ້າງ ປະມານ80ລ້ານໂດລາ, ເພື່ອໃຊ້ໃນການ ແຂ່ງຂັນກິລາ ຊີເກມຄັ້ງທີ25 ທີ່ລາວເປັນເຈົ້າພາບ ໃນທ້າຍປີນີ້. ການຊ່ວຍເຫລືອດັ່ງກ່າວ ຂອງຈີນ, ກໍ່ເພື່ອແລກປ່ຽນກັບ ກັມມະສິດທີ່ດີນ 1,000 ເຮັກຕາ ທີ່ບືງທາດຫລວງ ທີ່ຈີນຈະພັທນາ ໃຫ້ເປັນສູນກາງ ການຄ້າ ຄົບວົງຈອນ.
ຈະເປັນເມືອງໃຫມ່ ຕໍ່ມາ,ໂຄງການດັ່ງກ່າວ ກໍ່ມີການປ່ຽນແປງ ໃນພື້ນທີ່, ເພາະປະຊາຊົນ ບໍ່ພໍໃຈແລະ ຣັຖບານລາວ ກໍ່ໄດ້ສເນີໃຫ້ ແບ່ງອອກເປັນ3ສ່ວນ.
ໃນ3ເຂດດັ່ງກ່າວນີ້, ທີ່ບືງທາດຫລວງ ປະມານ 670ເຮັກຕາ, ເຂດຫລັກທີ18 ຖນົນເລກທີ13ໃຕ້ ໃກ້ກັບສນາມກິລາ ແຫ່ງຊາດ ປະມານ430ເຮັກຕາ ແລະທີ່ປ່າ ດົງໂພສີ, ໃກ້ສຖານີຣົຖໄຟ 100ເຮັກຕາ.
ແຕ່ເຖີງຢ່າງໃດກໍ່ຕາມ, ຍັງບໍ່ມີລາຍງານ ທີ່ຈະຢືນຢັນໄດ້ວ່າ, ບໍຣິສັດຈີນ ຈະໄດ້ຮັບ ສັມປະທານທີ່ດີນ ໃນຂົງເຂດໃດ ກັນແທ້ ໃນນະຄອນ ຫລວງວຽງຈັນ, ແຕ່ຈີນກໍ່ຕ້ອງການ ທີ່ດີນໃນເຂດ ບືງທາດຫລວງ ຫລາຍກວ່າທີ່ດິນ ໃນບໍຣິເວນອຶ່ນ.









