ຍີ່ປຸ່ນຄາດວ່າບໍ່ມີສໍ້ໂກງ ໃນໂຄງການຊ່ວຍວຽດນາມ
2009.12.01
ທ່ານ Mitsuo Sakaba ເອກອັຄຣາຊທູດຍີ່ປຸ່ນ ປະຈຳວຽດນາມ ກ່າວຕໍ່ Tuoi Tre ໃນອາທິດຜ່ານມາວ່າ ຍີ່ປຸ່ນຄາດວ່າໂຄງການ ຊ່ວຍເຫລືອທັງໝົດແກ່ ວຽດນາມ ຊຶ່ງເປັນພາກສ່ວນນຶ່ງ ຂອງການຊ່ວຍເຫລືອ ໃນເຂດຫລຸ່ມແມ່ນ້ຳຂອງ ນັ້ນຈະປອດຈາກ ການສໍ້ຣາສບັງຫລວງ.
ເອກອັຄຣາຊທູດຍີ່ປຸ່ນ ວ່າ ຍີ່ປຸ່ນ ໄດ້ເຫັນດີຊ່ວຍວຽດນາມ ປະມານ 1,300ລ້ານໂດລາ ສະຫະຣັດ ສຳລັບສົກປີ2009 ໃນໂຄງການກໍ່ສ້າງ ໂຄງຮ່າງພື້ນຖານ ແລະ ໂຄງການປ່ຽນແປງ ຂອງດິນຟ້າອາກາດ.
ສົກປີງົບປະມານ ຂອງປະເທດຍີ່ປຸ່ນ ແມ່ນເລີ່ມຕົ້ນແຕ່ ວັນທີ 1 ເດືອນ ເມສາ ແລະສີ້ນສຸດລົງ ໃນວັນທີ 31 ມິນາ ຂອງປີຕໍ່ໄປ. ວຽດນາມ ເປັນປະເທດນຶ່ງ ໃນຈຳນວນ 5 ປະເທດ ໃນເຂດລຸ່ມແມ່ນ້ຳຂອງ ທີ່ຍີ່ປຸ່ນຕົກລົງເຫັນດີ ໃຫ້ຄວາມຊ່ວຍເຫລືອ ໃນຣະຫວ່າງກອງ ປະຊຸມສຸດຍອດ ຂອງຍີ່ປຸ່ນ ແລະ ປະເທດອາຊຽນ ທີ່ໄດ້ຈັດຂື້ນໃນວັນທີ 6 ແລະທີ 7 ພຶສຈິກາ ຜ່ານມາ.
ຍີ່ປຸ່ນຍິນດີ ໃຫ້ການຊ່ວຍເຫລືອ ຈຳນວນ5,500ລ້ານໂດລາ ແກ່ 5 ປະເທດ ໃນອ່າງແມ່ນ້ຳຂອງ ອັນມີ ສປປລາວ ໄທ ວຽດນາມ ກຳພູຊາ ແລະ ພະມ້າ ໃນໄລະຍະ 3ປີຕໍ່ໜ້າ.
ແຕ່ເຖິງແນວໃດກໍດີ ຄຽງຄູ່ກັບຍີ່ປຸ່ນນັ້ນ ຈີນກໍລົງທຶນຫລາຍ ຢູ່ໃນຂົງເຂດນີ້ ເຊັ່ນ ບໍຣິສັດຈີນ ຫລາຍບໍຣິສັດ ໄດ້ລົງທຶນຫລາຍ ຢູ່ ລາວ ແລະ ພະມ້າ ໃນໂຄງການສ້າງເຂື່ອນ ປູກຕົ້ນໄມ້ອຸດສາຫະກັມ ແລະ ຂຸດຄົ້ນບໍ່ແຮ່.









