ເຈົ້າໜ້າທີ່ລາວຮຽນ ທິສດີມາກສີສ-ເລນີນນີສ

ເຈົ້າຫນ້າທີ່ລາວ ໄປຝືກອົບຮົມ ທີສດີການເມືອງ ມາກສີສ-ເລນີນນີສ ໃນວຽດນາມ.
ສິດນີ
2010.08.24

ຕົວແທນ ເຈົ້າຫນ້າທີ່ ລາວ ແລະຜູ້ ບໍຣິຫານ ຈາກພັກ ປະຊາຊົນລາວ 19 ຄົນ ໄປຝືກອົບຮົມ ທີສດີ ການເມືອງ ຣະດັບສູງ ມາກສີສ-ເລນີນນີສ ຈາກສະຖາບັນ ການເມືອງ ແລະການປົກຄອງ Ho Chi Min.

ການຝືກອົບຮົມ ຈະໃຊ້ເວລາ 5 ເດືອນ ຈະເລີ້ມໃນ ວັນທີ 23 ສີງຫາ ເປັນການຝຶກຝົນ ທາງດ້ານ ການເມືອງ ຄັ້ງທີ 12 ຂອງເຈົ້າຫນ້າທີ່ ລາວ ພາຍໃຕ້ ຂໍ້ຕົກລົງ ຄວາມຮ່ວມມື ຣະຫວ່າງ ລາວ-ວຽດນາມ. ຈຸດປະສົງ ຂອງການ ຝືກອົບຮົມ ດັ່ງກ່າວ ກໍ່ເພື່ອຢາກ ສິດສອນ ເຈົ້າຫນ້າທີ່ ລາວ ໃຫ້ມີຄວາມຮູ້ ເບື້ອງຕົ້ນ ກ່ຽວກັບທິສດີ Maxist-Leninist ແລະຈີຕນາການ ຄວາມຄິດຂອງ ປະທານ ໂຮຈີມີນ ເພື່ອຍົກຣະດັບ ຄຸນນະພາບ ຂອງເຈົ້າຫນ້າທີ່ ລາວ ໃນການພັທນາ ປະເທດຊາດ ໃນຍຸກ ອຸດສາຫະກັມ ແລະຄວາມຈະເຣີນ ຮຸ່ງເຮືອງ ຂອງປະເທດ ທັງສອງ.

ນອກຈາກນັ້ນ ການຝືກອົບຮົມ ຍັງຈະຍົກ ຣະດັບຄວາມຮູ້ ແລະປະສົພການ ອັນມີຄ່າທີ່ ຈຳເປັນເພື່ອໃຊ້ ໃນການ ປະຕິບັດວຽກງານ ພັກຣັຖ ແລະການພັທນາ ຊັພຍາກອນມະນຸດ. ກຸ່ມຜູ້ທີ່ໄປ ອົບຮົມ ຍັງຈະມີ ໂອກາດ ແລກປ່ຽນ ຄວາມຄິດຄວາມເຫັນ ກ່ຽວກັບການພັທນາ ແລະ ສະພາບການເມືອງ ຣະຫວ່າງ ສອງປະເທດ ນຳອີກ. ແຕ່ໃດໆມາ ວຽດນາມ ໃຫ້ການຊ່ອຍເຫລືອ ລາວມາຕຣອດ ບໍ່ວ່າ ທາງດ້ານເສຖກິດ ສັງຄົມ ແລະວັທນະທັມ ຜູ້ນຳລາວ ສ່ວນໃຫຍ່ ແມ່ນຖືກຝືກ ອົບຮົມ ມາຈາກວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.