ປັກໝາຍ ຊາຍແດນ ລາວ ແລະ ກັມພູຊາ

ຄນະກັມມະການ ປັກໝາຍ ຊາຍແດນ ລາວ ແລະ ກັມພູຊາ ມີນະໂຍບາຍ ສືບຕໍ່ ແກ້ໄຂ ຈຸດຄົງຄ້າງ ໃນການປັກໝາຍ ເຂດຊາຍແດນ ທີ່ຍັງເຫລືອ ອີກ 14 ສ່ວນຮ້ອຍ ໃຫ້ສໍາເຣັດ.
ຈະເຣີນສຸກ
2009.06.10

ການປັກໝາຍ ເຂດຊາຍແດນ ຣະຫວ່າງ ລາວ ແລະ ກັມພູຊາ ຍັງເຫລືອ ຢູ່ປະມານ 14 ສ່ວນຮ້ອຍ ທີ່ຈະຕ້ອງໄດ້ແກ້ໄຂ ໃຫ້ສໍາເຣັດ, ຊຶ່ງທັງສອງປະເທດ ຕ້ອງຕົກລົງກັນ ໃນເວລາ ມີກອງປະຊຸມ ຮອບໃໝ່ ເພື່ອຫາຂໍ້ສລຸບ ແລະ ຂຍາຍ ການສໍາຣວດ ວ່າ ຈະດໍາເນີນການຕໍ່ໄປ ໄດ້ຢ່າງໃດ ພ້ອມກັບ ຫາເງິນງົປມານ ສນັບສນູນ.

ທ່ານ ພູເຂົາ ພົມວົງສາ, ປະທານ ອານຸກັມມະການ ເທັກນິກ ລາວ-ໄທ ຝ່າຍລາວ ໃຫ້ຂໍ້ມູນ ວ່າ: 

“ຂເມນ ກໍມີແຕ່ 14 ສ່ວນຮ້ອຍ ຈະສໍາຣວດຮວມ ເຂົາຕົກລົງແລ້ວ, ແຕ່ວ່າ ຈະລົງໄປ ໃນໄວໆນີ້ແຫລະ, ມີຈຸດຮວມເລັກໆນ້ອຍໆ ກໍບໍ່ຫລາຍ ຢູ່ແຂວງຈໍາປາສັກ ແລະ ອັຕປືແນ່, ມັນມີແຕ່ 2 ແຂວງ.”

ການປັກໝາຍ ເຂດຊາຍແດນ ຣະຫວ່າງ ລາວ ແລະ ກັມພູຊາ ນັ້ນ ຍັງຄົງສືບຕໍ່ ການສໍາຣວດ ເປົ້າໝາຍຮວມກັນຢູ່, ຊຶ່ງຖືວ່າ ສໍາຣວດຮ່ວມກັນ ສໍາເຣັດແລ້ວ 86 ສ່ວນຮ້ອຍ. ສ່ວນທີ່ເຫລືອ 14 ສ່ວນຮ້ອຍ, ທັງສອງຝ່າຍ ກໍຈະລົງສໍາຣວດ ແລະ ຈະຈັດການປະຊຸມ ຫາລືກັນ ແກ້ໄຂບັນຫາ ຕໍ່ໄປ ກໍຖືວ່າ ເປັນຄວາມຄືບໜ້າ ຢ່າງບໍ່ເຄີຍມີ ມາກ່ອນ ຂອງລາວ ແລະ ກັມພູຊາ.

ສ່ວນທາງດ້ານ ງົປມານ ແລະ ອຸປກອນ ໃນການແກ້ໄຂບັນຫາ ປັກໝາຍ ເຂດຊາຍແດນນັ້ນ ພົບວ່າ ຍັງເປັນອຸປສັກ ສໍາຄັນ ທີ່ຕ້ອງແກ້ໄຂ, ແຕ່ປັດຈຸບັນນີ້ ທັງສອງຝ່າຍ ກໍໄດ້ ໄປສໍາຣວດ ພື້ນທີ່ ນໍາກັນ ໂດຍໃຊ້ອຸປກອນ ຮ່ວມກັນ, ຊຶ່ງຖືວ່າ ໄດ້ຮ່ວມມືກັນ ເປັນຢ່າງດີ. ເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວຕໍ່ໄປ ອີກວ່າ: 

“ກໍດີ ເພາະວ່າ ຜູ້ນໍາສອງປະເທດ ມີຄວາມພະຍາຍາມ ຮ່ວມກັນ ວ່າ ປວັດສາດ ຜ່ານມາ ພວກເຣົາ ກໍບໍ່ເຄີຍມີບັນຫາ ນໍາກັນ, ກໍບໍ່ຄວນຕັ້ງບັນຫາ ຜິດຖຽງກັນ ກັບຂເມນ ກໍເຊັ່ນດຽວກັນ ເຮື້ອງງົປມານ ກໍມີ ບາງຄັ້ງ ທີ່ລາວ ສະດວກກ່ວາ ກໍຊ່ອຍກັນໄປ.”

ສໍາລັບ ຄວາມຄືບໜ້າ ຂອງການປັກໝາຍ ເຂດຊາຍແດນ ຣະຫວ່າງ ຊາຍແດນລາວ ກັບປະເທດເພື່ອນບ້ານອື່ນໆ ເປັນຕົ້ນແມ່ນ ລາວ ກັບ ໄທ ການປັກໝາຍ ເຂດແດນ ທາງບົກ ສໍາເຣັດແລ້ວ 93 ສ່ວນຮ້ອຍ ແລະ ການປັກໝາຍເຂດຊາຍແດນ ທາງນໍ້າ ຍັງຢູ່ຣະຫວ່າງ ການສໍາຣວດ ແລະ ແກ້ໄຂ ບັນຫາ ຄົງຄ້າງ. ສ່ວນການປັກໝາຍ ຊາຍແດນ ລາວ ກັບ ກັມພູຊາ ເຫລືອພຽງ 14 ສວນຮ້ອຍ, ທາງການສອງຝ່າຍ ກໍມີໂຄງການສືບຕໍ່ ໃຫ້ສໍາເຣັດ ສ່ວນດ້ານ ຊາຍແດນກັບຈີນ ແລະ ກັບວຽດນາມ ການປັກໝາຍ ສໍາເຣັດແລ້ວ ທັງສອງດ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.