ກາຣປັກປັນເຂຕແດນທາງນໍ້າ ລາວ-ໄທຽ
2009.11.03
ໃນມື້ວັນທີ່ 27-28 ຕຸລາຜ່ານມານີ້ ເຈົ້າໜ້າທີ່ອະວຸໂສ ພາຍໃຕ້ຄນະກັມມະກາຣ ຊາຍແດນຮ່ວມລາວ-ໄທຽ ໄດ້ຈັດກອງປະຊຸມ ຂຶ້ນຢູ່ບາງກອກ ໂດຽມີທ່ານ ບຸນເກີດ ສັງສົມສັກ ຮອງຣັຖ ມົນຕຣີກາຣ ຕ່າງປະເທສ ເປັນຜູ້ນຳຄນະ ຂອງຝ່າຍລາວ ແລະທາງຝ່າຍໄທຽ ກໍນຳໂດຽທ່ານ ວະສິດ ທິຣະເວດສະຍານ ທີ່ປຶກສາກະຊວງກາຣ ຕ່າງປະເທສຂອງໄທຽ.
ກາຣປະຊຸມຂອງ ຄນະອະວຸໂສ ດັ່ງກ່າວ ເປັນກາຣກະຕຣຽມ ສຳຫລັບກອງປະຊຸມ ຄນະກັມມາທິກາຣ ຊາຍແດນຮ່ວມລາວ-ໄທຽ ຄັ້ງທີ່ 9 ຊຶ່ງຈະຈັດຂຶ້ນ ໃນເດືອນມົກຣາ 2010 ຢູ່ທີ່ ປະເທສໄທຽ ທີ່ທາງເຈົ້າໜ້າທີ່ ດ້ານກົດໝາຍຈະໄດ້ ຮ່ວມກັນແກ້ໄຂບັນຫາ ທີ່ຍັງຄ້າງຄາເຊັ່ນ ຕົ້ນກຳເນີດ ຂອງແມ່ນ້ຳເຫືອງ ທີ່ເປັນເຂຕແດນ ຣະຫວ່າງແຂວງເລີຽ ແລະ ແຂວງໄຊຍະບຸຣີ.
ພ້ອມດຽວກັນນັ້ນ ກໍຈະມີກອງປະຊຸມ ຄນະກັມມະກາຣ ດ້ານເທັຄນິກ ແລະ ກອງປະຊຸມ ຄນະເຈົ້າໜ້າທີ່ ອະວຸໂສ ຂອງທັງສອງຝ່າຍ ໃຫ້ເປັນ ເອກກະພາບກັນ ເພື່ອຈະໃຫ້ຄນະ ປະຕິບັຕ ຮ່ວມຮ່າງແຜນແມ່ບົດ ແລະ ຂໍ້ກຳໜົດໃນກາຣ ສຳຣວຈເພື່ອປັກຫລັກ ໝາຍເຂຕຊາຍແດນ ທາງນ້ຳ.
ຢ່າງໃດກໍຕາມ ເພື່ອປະກອບສ່ວນ ເຂົ້າໃນກາຣເກັບກຳ ຂໍ້ມູລຫລັກຖານ ຂອງກາຣສຳຣວຈ ເພື່ອແບ່ງປັນເຂຕນ້ຳ ດັ່ງກ່າວ ຈະຕ້ອງໄດ້ອາສັຍ ແຜນທີ່ຕາມ ສົນທິສັນຍາ ຝຣັ່ງ-ສຍາມ ສະບັບລົງວັນທີ່ 25 ສິງຫາ 1926 ແລະ ແຜນທີ່ໆສ້າງຂຶ້ນ ໃນຣະຫວ່າງປີ 1929-1931 ທີ່ທາງກາຣກ່ຽວຂ້ອງ ຂອງທັງສອງຝ່າຍ ລາວ-ໄທຽ ໃນປັຈຈຸບັນ ໄດ້ຮ່ວມກັນຮັບຮອງ ເປັນທີ່ຮຽບຮ້ອຍ ແລ້ວນັ້ນ.









