ສປປລາວ ແລະ ຮົງກົງ ຈະເປີດ ສາຍການບິນ ຣະຫວ່າງກັນ

ສປປລາວ ແລະ ຮົງກົງ ເຊັນສັນຍາ ເປີດສາຍການບິນ ຣະຫວ່າງປະເທດ ຮ່ວມກັນ.
ໂພໄຊສວັດ
2009.09.11

ກົມການບິນ ພົລເຮືອນ ເປີດເຜີຍເຖິງຄວາມ ສຳພັນບາດກ້າວໃໝ່, ຣະຫວ່າງລາວກັບ ເຂດປົກຄອງພິເສດ ຮົງກົງ ວ່າທັງສອງຝ່າຍ, ໄດ້ຕົກລົງເຊັນ ສັນຍາກັນ, ໃນມື້ວັນທີ9 ເດືອນ9 ປີ2009, ໃນການເປີດເສັ້ນ ທາງຂົນສົ່ງ ທາງອາກາດ ຣະຫວ່າງ ລາວກັບຮົງກົງ, ເພື່ອຮອງຮັບ ການຂຍາຍໂຕ ດ້ານຂົນສົ່ງທາງ ອາກາດ ໃນອະນາຄົດ. ດັ່ງເຈົ້າໜ້າທີ່ ຈາກກົມການບິນ ພົລເຮືອນ ອະທິບາຍ ກ່ຽວກັບເຣື້ອງນີ້ວ່າ:

"ດັ່ງເຈົ້າໜ້າທີ່ຈາກ ກົມການບິນພົລເຮືອນ ຂອງລາວແລະຮົງກົງ ໄດ້ເຊັນສັນຍາ ການຂົນສົ່ງ ທາງອາກາດໄວ້ ແຕ່ໃນນັ້ນ ກໍຈະມີ designated airline ໃຫ້ຖືກຕາມ ເງື່ອນໄຂນີ້ ກໍສາມາດເປີດ ສາຍການບິນໄດ້."

ທ່ານເວົ້າຕື່ມວ່າ ສຳລັບສາຍການບິນ ຣະຫວ່າງລາວກັບ ຮົງກົງນີ້, ຈະສາມາດເປີດ ໃຫ້ບໍຣິການ ເມື່ອໃດນັ້ນ ກໍຂື້ນຢູ່ກັບ ສາຍການບິນ ທີ່ຈະເຂົ້າມາ ລົງທຶນ. ໃນປັດຈຸບັນນີ້ ກໍມີບໍຣິສັດ ຈາກຮົງກົງ 2-3ບໍຣິສັດ ໃຫ້ຄວາມສົນໃຈ ແລະກຳລັງທຳການ ສຳຣວດ ດ້ານການຕລາດຢູ່ ສ່ວນສາຍການບິນ ໃນປະເທດລາວນັ້ນ ທ່ານຄິດວ່າ ອາດຈະຍັງ ບໍ່ມີຄວາມພ້ອມ ທີ່ຈະທຳການ ຂົນສົ່ງທາງໄກ ໄດ້ເທື່ອ.

ໃນການເປີດເສັ້ນທາງ ການບິນຣະຫວ່າງ ລາວກັບຮົງກົງນີ້ ທາງຝ່າຍຮົງກົງ ກໍຫວັງວ່າຈະ ສາມາດສົ່ງເສີມ ການທ່ອງທ່ຽວ ແລະເສຖກິດ ຣະຫວ່າງກັນ ໃຫ້ດີຂື້ນ ສ່ວນທາງຝ່າຍລາວ ນັ້ນເຈົ້າໜ້າທີ່ ເວົ້າວ່າ:

"ກໍຣະນີ ຖ້າສປປລາວ ມີການຮ່ວມທຶນ ກັບຕ່າງປະເທດໄດ້ ສົມມຸດເຮົາບິນໄປ long range ມັນຕ້ອງໄດ້ ລົງຜ່ານຮົງກົງ ຫລືຈະຮັບຜູ້ ໂດຍສານຈາກ ຮົງກົງ ມາລາວ ແລະເພື່ອຮອງຮັບ ການຂຍາຍໂຕ ຂອງການຂົນສົ່ງ ທາງອາກາດ ໃນອະນາຄົດ."

ນອກຈາກນີ້ທ່ານ ຍັງໄດ້ເວົ້າອີກວ່າ ໂຄງການຕໍ່ໄປ ຄືກຳລັງເຈຣະຈາ ເພື່ອເປີດເສັ້ນທາງບິນ ຣະຫວ່າງລາວກັບຈີນ ແລະເປີດເສັ້ນທາງ ຂົນສົ່ງສິນຄ້າ ກັບ ສະຫະຣັຖ ອາຣັບອັມມະເຣັດ ແລະຍັງມີແຜນ ລະຍະຍາວທີ່ ຈະສ້າງ ສະໜາມບິນ ແຫ່ງໃໝ່ໃນເຂດນອກ ນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.