ລາວ ແລະ ກຳພູຊາ
2009.04.17
ໃນຂໍ້ຕົກລົງ ສະບັບນີ້ ຣັຖບານ ຂອງສອງປະເທດ ໄດ້ຕົກລົງ ກັນວ່າ ກຳພູຊາ ຈະສ້າງແລະ ສ້ອມແປງຖນົນ ຫົນທາງຈາກ ທ່າເຮືອ ສີຫານຸວິນ ຂື້ນໄປຕໍ່ໃສ່ ຖນົນໝາຍ ເລກທີ່ 13 ໃນພາກໃຕ້ ຂອງລາວ ເພື່ອລາວຈະມີ ທາງອອກສູ່ ທະເລແລະເພື່ອ ກຳພູຊາ ຈະມີເສັ້ນທາງ ເຊື່ອມຕໍ່ກັບຈີນ ຜ່ານລາວ.
ແຕ່ຈົນເຖິງ ປັດຈຸບັນ ທາງຝ່າຍ ກຳພູຊາ ຍັງບໍ່ທັນ ສາມາດສ້າງ ແລະສ້ອມແປງ ຖນົນເສັ້ນນັ້ນ ສຳເຣັດໝົດເທື່ອ. ສະນັ້ນການ ປະຕິບັດ ຕາມຂໍ້ຕົກລົງ ສະບັບດັ່ງກ່າວ ຈຶ່ງຊັກຊ້າ. ຖນົນຈາກ ທ່າເຮືອ ສີຫະນຸວິນ ຂື້ນໄປເຖິງ ເມືອງປາກເຊ ແຂວງຈຳປາສັກ ມີຄວາມຍາວ ປະມານ 700 ກິໂລແມັດ.
ເຖິງຈະຍັງ ບໍ່ທັນ ປະຕິບັດ ຕາມຂໍ້ຕົກລົງ ສະບັບນີ້ ເທື່ອກໍຕາມ ເມື່ອວັນ ອັງຄານ ວັນທີ່ 14 ເມສາ ນີ້ສອງປະເທດ ລາວແລະກຳພູຊາ ກໍໄດ້ຕົກລົງ ເປີດດ່ານຊາຍ ແດນຣະຫວ່າງ ກັນອີກແຫ່ງນຶ່ງ ໃນເຂດບ້ານ ໜອງນົກຂຽນ ແລະແຂວງ ກະແຈະຂອງ ກຳພູຊາ ເພື່ອສົ່ງເສີມການ ທ່ອງທ່ຽວແລະ ການຄ້າ ຣະຫວ່າງກັນ.
ໃນຂໍ້ຕົກລົງ ສະບັບດຽວ ກັນນັ້ນ ທາງການລາວ ແລະກຳພູຊາ ຍັງຕົກລົງກັນ ຕື່ມວ່ານັບແຕ່ ນີ້ເປັນຕົ້ນໄປ ຊາວລາວຈະ ສາມາດຂີ່ຣົດ ສ່ວນຕົວລົງໄປ ກຳພູຊາ ຈະໄປ ຢ້ຽມຢາມແລະ ທ່ອງທ່ຽວ ນະຄອນຫລວງ ພະນົມເປັນ ຫລືຈະໄປເບິ່ງ ນະຄອນວັດ ກໍໄດ້; ເຊັ່ນດຽວກັນ ຊາວກຳພູຊາ ກໍສາມາດຂີ່ ຣົດຕົນເອງໄປ ເມືອງປາກເຊ ແຂວງຈຳປາສັກ ຫລືຈະຂື້ນໄປ ເຖິງນະຄອນ ຫລວງວຽງຈັນ ກໍໄດ້ຢ່າງ ສະດວກສະບາຍ.









