ລາວ-ວຽດນາມ ວາງສີລາລຶກ ປັກຫລັກໝາຍ

ທາງການລາວ ແລະວຽດນາມ ຈັດພິທີ ວາງສີລາລຶກ ເພື່ອປັກຫລັກໝາຍ ແບ່ງເຂດຊາຍແດນ ໃນແຂວງຫົວພັນ.

ອົງການຂ່າວສານ ທາງການ ຂອງວຽດນາມ ຣາຍງານເມື່ອ ວັນອາທິດ ວັນທີ່ 17 ພຶສພາ ນີ້ວ່າ ເມື່ອວັນສຸກ ວັນທີ່ 15 ພຶສພາ ສັປດາທີ່ ຜ່ານມາ ທາງການລາວ  ແລະ ວຽດນາມ ໄດ້ວາງສີລາລືກ ເພື່ອປັກຫລັກໝາຍ ແບ່ງເຂດຊາຍແດນ ທີ່ດ່ານຊາຍແດນ ສົມຫວັງໃນເບື້ອງ ແຂວງຊຽງຂວາງ ແລະທີ່ດ່ານ Ten Tan ໃນແຂວງ ທັ່ນຮົ່ວຂອງ ວຽດນາມ ຊຶ່ງເປັນຫລັກໝາຍ ແບ່ງເຂດຊາຍແດນ ລະຫວ່າງລາວ ແລະວຽດນາມ ຫລັກທີ່ 281.

ໃນສະເພາະລະຫວ່າງ ແຂວງຊຽງຂວາງ ແລະແຂວງທັ່ນຮົ່ວ ຄະນະ ກັມມະການ ຮ່ວມເພື່ອ ປັກຫລັກໝາຍ ແບ່ງເຂດຊາຍແດນ ລາວ ແລະວຽດນາມ ໄດ້ຕົກລົງ ຈະປັກຫລັກໝາຍ ຊາຍແດນໃໝ່ ທັງໝົດ 26 ຫຼັກ.

ແຂວງຊຽງຂວາງ ມີຊາຍແດນ ຕິດກັບແຂວງ ທັ່ນຮົ່ວຂອງ ວຽດນາມ ປະມານ 192 ກິໂລແມັດ ແລະມີດ່ານ ຊາຍແດນ ລະຫວ່າງກັນ ສາມແຫ່ງຄື ດ່ານສົມຫວັງ Ten Tan, ດ່ານບ້ານແກ້ວ ທ່າລໍ່ ແລະ ດ່ານນາແມ້ວ ນ້ຳຊອຍ. ດ່ານສົມຫວັງ ເປັນດ່ານໃໝ່ ທີ່ທາງການ ລາວ ແລະວຽດນາມ ໄດ້ຕົກລົງ ເປີດເປັນດ່ານ ສາກົນ ເມື່ອປີ 2007.

ຄະນະ ກັມມະການ ຊາຍແດນລາວ ແລະວຽດນາມ ປະຊຸມກັນເລື້ອຍໆ ກ່ຽວກັບການ ປັກຫລັກໝາຍ ແບ່ງເຂດຊາຍແດນ. ຜ່ານມາ ຫລັກໝາຍ ຊາຍແດນທີ່ມີ ຢູ່ແລ້ວສ່ວນນຶ່ງ ເປັນຫລັກໝາຍ ທີ່ບໍ່ແໜ້ນໜາ ຖາວອນ ບາງຫລັກບາງບ່ອນ ເປ່ເພ ຫລາຍບ່ອນບໍ່ມີ ຫລັກໝາຍເລີຍ.

ສະນັ້ນທາງການ ທັງສອງປະເທດ ຈຶ່ງຮ່ວມກັນ ປັບປຸງສ້ອມແປງ ແລະສ້າງຫລັກໃໝ່ ແລະຫລັກແບ່ງ ຊາຍແດນໃນ ດ່ານລະຫວ່າງ ສອງປະເທດທີ່ ສຳຄັນສຳຄັນ ທາງການລາວ ແລະວຽດນາມ ກໍໄດ້ປັກຫລັກ ຢ່າງແໜ້ນໜາ ຖາວອນ ເຊັ່ນທີ່ດ່ານ ແດນສວັນ-ລາວບ່າວ ແລະທີ່ດ່ານ ສົມຫວັງ-Ten Tan.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org