ລາວຢາກຮ່ວມ ອົງການ ການຄ້າໂລກ

ຄຳຮ້ອງທີ່ລາວ ໄດ້ຂໍເຂົ້າເປັນ ສະມາຊີກ ອົງການ ການຄ້າໂລກ ກຳລັງຢູ່ ໃນຂັ້ນຕອນ ທີ່ສຳຄັນໃນການ ພິຈາຣະນາ ເປັນສະມາຊີກ ໃນເວລານີ້.
ສິດນີ
2009.07.27

ລາຍງານຈາກຫນ່ວຍງານ ດ້ານການ ພິຈາຣະນາ ສະມາຊີກໃຫມ່ ອົງການ ການຄ້າໂລກ ຣະບຸວ່າ ກົດຣະບຽບແລະ ຂໍ້ບັງຄັບໃຫມ່ ທີ່ກ່ຽວພັນກັບ ການເຂົ້າເປັນ ສະມາຊີກອົງການ ການຄ້າໂລກແລະ ສົນທິສັນຍາຕ່າງໆ ທີ່ຕົວແທນຂອງລາວ ແກ້ໄຂດັດແປງ ທີ່ສເນີຕໍ່ຄນະ ກັມມະການ ການຄ້າໂລກ ວ່າງກອງປະຊຸມ ຄັ້ງທີ5 ໃນມື້ວັນທີ14 ເດືອນ ກໍຣະກະດາ ປີ2009 ນັ້ນຈະຊ່ອຍ ສປປລາວ ເຂົ້າໃນຂັ້ນຕອນ ການພິຈາຮະນາ ໃນການເປັນສະມາຊີກ ອົງການ ການຄ້າໂລກ ເປັນຄັ້ງສຸດ ທ້າຍ ກຸ່ມດັ່ງກ່າວຈະເລີ້ມ ພິຈາຣະນາ ແລະທົບທວນ ໃນຫລາຍບັນຫາ ກ່ອນຈະອານຸມັດໃຫ້ ສປປລາວ ເປັນສະມາຊີກ ອົງການ ການຄ້າໂລກໄດ້.

ສປປລາວ ໃຫ້ຄວາມສົນໃຈ ແລະເລີ້ມປະຕິບັດ ສຳເນົາທີ່ຢາກ ເປັນສະມາຊີກ ອົງການ ການຄ້າໂລກ ມາແຕ່ປີ1997 ແລະໄດ້ຮັບຖານະ ຜູ້ສັງເກດການ ໃນປີ1998 ເລີ້ມແຕ່ນັ້ນມາ ທາງການລາວ ກໍ່ພາກັນ ກະຕຽມເອກສານ ເພື່ອຂໍເຂົ້າເປັນ ສະມາຊີກ ຢ່າງເປັນທາງການ ດ້ວຍຄຳແນະນຳ ຊ່ອຍເຫລືອທາງດ້ານ ເທກນີກແລະ  ນັກວີຊາການ ຈາກທະນາຄານໂລກ ທະນາຄານ ພັທນາເອເຊັຽ ແລະກອງທືນສາກົນ ພ້ອມດ້ວຍສະຫະພາບ ຢູໂຣບ ແລະກຸ່ມອາຊຽນ.

ເຈົ້າຫນ້າທີ່ລາວ ໄດ້ພົບປະ ກັບຄນະກັມມະການ ພິຈາຣະຈາ ຂອງອົງການ ການຄ້າໂລກ ມາຫລາຍຄັ້ງແລ້ວ ເພື່ອທົບທວນ ແລະສເນີ ການປະຕິຮູບ ກົດຫມາຍທີ່ ກ່ຽວຂ້ອງ ແລະຈຳເປັນຂອງ ສປປລາວ ໃນການເຂົ້າເປັນ ສະມາຊີກ ດັ່ງກົດຫມາຍການ ລົງທືນການຄ້າ ສິດທິການຄ້າ ໃນລາວແລະ ກົດຣະບຽບຕ່າງໆ ຮ່ວມດ້ວຍ ມາຕຖານສີນຄ້າ ຂອງລາວ. ການພິຈາຣະນາ ໃນຂັ້ນຕອນ ຕໍ່ໄປຖືວ່າເປັນ ຄັ້ງສຳຄັນແລະ ສຸດທ້າຍທີ່ຈະ ຕັດສີນຊາຕາ ຂອງລາວວ່າຈະຖືກ ຮັບເປັນສະມາຊີກ ອົງການ ການຄ້າໂລກ ຫລືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.