ລາວ ສືບຕໍ່ການຮ່ວມມືກັບ ວຽດນາມ

ລາວ ສືບຕໍ່ ແຜນຍຸທສາດ ການຮ່ວມມື ກັບວຽດນາມ ທາງດ້ານເສຖກິດ, ວັທນະທັມ, ການສຶກສາ, ອຸດສາຫະກັມ, ກະສິກັມ ແລະ ປ່າໄມ້.
ຈະເຣີນສຸກ
2009.11.02

ລາວ ແລະ ວຽດນາມ ຕົກລົງກັນ ເພື່ອສືບຕໍ່ ຈັດ ແຜນຍຸທສາດ ການຮ່ວມມື ຣະຫວ່າງກັນ ທາງດ້ານເສຖກິດ, ວັທນະທັມ, ການສຶກສາ, ອຸດສາຫະກັມ, ກະສິກັມ ແລະ ປ່າໄມ້ ພ້ອມກັບ ສຸມໃສ່ ການພັທນາ ດ້ານຊັພຍາກອນ ມະນຸດ.

ຂໍ້ຕົກລົງ ດັ່ງກ່າວ ໄດ້ມີການເຫັນພ້ອມຮ່ວມກັນ, ໂດຍຝ່າຍລາວ ໄດ້ແກ່ ທ່ານສົມສວາດ ເລັ່ງສວັດ, ຮອງນາຍົກ ຣັຖມົນຕຣີ ແລະ ຝ່າຍວຽດນາມ ໄດ້ແກ່ ທ່ານ ຫງຽນ ຊິນ ຮຸ໋ງ, ຮອງນາຍົກ ຣັຖມົນຕຣີ ວຽດນາມ ທີ່ກຸງຮ່າໂນ້ຍ, ເມື່ອວັນທີ 30 ຕຸລາ ຜ່ານມາ.

ນອກຈາກນັ້ນ, ຜູ້ນໍາທັງສອງທ່ານ ຍັງໄດ້ຕົກລົງກັນ ໃນດ້ານການລົງທຶນຮ່ວມ ທາງດ້ານກະສິກັມ ເປັນຕົ້ນແມ່ນ ການປູກພືດ ແລະ ຢາງພາຣາ ໃນສປປລາວ. ທ່ານ ຮຸ໋ງ ກ່າວວ່າ ການປະສານງານ ກັບລາວ ໃນການປະຕິບັດ ຂໍ້ຕົກລົງ ຈະໄດ້ຮັບຜົນປໂຍດ ທັງສອງປະເທດ. ພ້ອມດຽວກັນນັ້ນ, ທ່ານ ຍັງເນັ້ນ ເຖິງຄວາມຈໍາເປັນ ເພື່ອຮີບເລັ່ງ ການສ້າງຖນົນ ຣະຫວ່າງ ເມືອງຂວາ-ໄຕຈັ໋ງ ທີ່ເຊື່ອມຕໍ່ ແຂວງພາກເໜືອ ຂອງລາວ ໄປຍັງ ແຂວງດຽນບຽນຟູ ແລະ ແຂວງ ທາງພາກເໜືອ ຂອງວຽດນາມ.

ທ່ານ ຫງຽນ ຊິນ ຮຸ໋ງ ກ່າວຕື່ມວ່າ ຍຸທສາດ ທາງດ້ານການຂົນສົ່ງ ມີບົດບາດສໍາຄັນ ໃນການພັທນາ ເສຖກິດ-ສັງຄົມ ແລະ ຄວາມສງົບສຸກ. ສ່ວນທາງ ສົມສວາດ ເລັ່ງສວັດ ກໍຂອບໃຈ ກັບຣັຖບານ ວຽດນາມ ທີ່ໄດ້ຊ່ອຍເຫລືອ ຫລາຍໆດ້ານ, ໂດຍສະເພາະ ໃນການກະກຽມ ໂຄງຮ່າງພື້ນຖານ ເພື່ອຮອງຮັບ ການແຂ່ງຂັນ ກິລາ ເອເຊັຍ ຕາເວັນອອກສ່ຽງໃຕ້ ຫລື ຊີເກມສ໌ ທີ່ລາວ ຮັບເປັນເຈົ້າພາບ ໃນເດືອນ ທັນວານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.