ສປປລາວ ເຂັ້ມງວດ ປ້ອງກັນ ຄວາມສງົບ ໃນເຂດ ເສດຖະກິດ 3 ຫລ່ຽມຄຳ

ສປປລາວ ເຂັ້ມງວດ ໃນການປ້ອງ ກັນຄວາມສງົບ ຢູ່ເຂດ ເສດຖະກິດພິເສດ 3 ຫລ່ຽມຄຳ
ໂພໄຊສວັດ
2009.02.19

ຫລັງຈາກການໄປ ກວດກາ ແລະ ປະຕິບັດວຽກການ ຢູ່ທີ່ແຂວງພາກ ເໜືອຂອງລາວ ເມື່ອທ້າຍສັບປະດາ ຜ່ານມາ ທ່ານ ທອງບັນ ແສງອາພອນ ເລຂາທິການ ສູນກາງພັກ ຣັຖມົນຕຣີວ່າການ ກະຊວງປ້ອງກັນ ຄວາມສງົບ ໄດ້ກ່າວກ່ຽວກັບ ຄວາມຄືບໜ້າແລະ ຄວາມພ້ອມຂອງວຽກການ ຮັກສາຄວາມສງົບ ຂອງພື້ນທີ່ເຂດ ເສດຖະກິດພິເສດ 3 ຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍເນັ້ນວ່າ: ກອງບັນຊາການ ປກສ ແຂວງບໍ່ແກ້ວ ຕ້ອງຂົ້ນຂ້ຽວ ວາງແຜນກະກຽມ ກຳລັງໃຫ້ພ້ອມ ເພື່ອປ້ອງກັນ ເຂດເສດຖະກິດພິເສດ 3 ຫລ່ຽມຄຳ ເມືອງຕົ້ນເຜິ້ງ ໃຫ້ມີຄວາມສງົບ ປອດພັຍ.

ທ່ານກ່າວຕໍ່ໄປວ່າ ເຂດເສດຖະກິດພິເສດ 3 ຫລ່ຽມຄຳ ນີ້ເປັນເຂດພິເສດ ຕ່າງກັບບ່ອນອື່ນ ເພາະເປັນເຂດພື້ນທີ່ ທີ່ຫລໍ່ແຫລມດ້ານ ຢາເສບຕິດ ສ່ຽງຕໍ່ການເກີດ ປາກົດການຍໍ້ທໍ້ອື່ນໆ ອີກບໍ່ດົນກໍຈະ ເປີດສູນກາງ ກາຊີໂນ ຊຶ່ງຈະດຶງດູດ ນັກພະນັນ ນັກທ່ອງທ່ຽວ ແລະນັກລົງທຶນ ຕ່າງຊາດເຂົ້າມາ ຢ່າງຫລວງຫລາຍ. ເຫດການນີ້ອາດ ກໍ່ໃຫ້ເກີດຄວາມ ຍຸ້ງຍາກສັບສົນ ດັ່ງນັ້ນ ຈຶ່ງຕ້ອງໄດ້ກະກຽມ ກຳລັງຮັກສາ ຄວາມສະງົບສຸມ ໃສ່ເຂດດັ່ງກ່າວ.

ກຸ່ມດອກງີ້ວຄຳ ຈຳກັດ ບໍລິສັດລົງທຶນ ຊາວຈີນ ໄດ້ສັມປະທານ ສ້າງເຂດ ເສດຖະກິດພິເສດ ນີ້ດ້ວຍເງິນງົບ ປະມານຮອດ 2,230 ລ້ານໂດລາ ສະຫະຣັຖ ທັງໝົດມີ 46 ໂຄງການ 30 ໂຄງການໄດ້ເລີ້ມ ສ້າງແລ້ວແລະ ຄາດວ່າຈະເລີ້ມ ໃຊ້ບໍລິການ ພາຍໃນປີ 2010ນີ້.

ໃນຈຳນວນໂຄງການ ນີ້ຈຸດເດັ່ນແມ່ນ ສູນກາງ ກາຊີໂນ ທາງບໍລິສັດຢັ້ງຢືນ ວ່າຈະໃຫ້ການ ຊ່ອຍເຫລືອໃນດ້ານ ວຽກການປ້ອງກັນ ຄວາມສະງົບ ເຊັ່ນຊ່ອຍສ້າງ ປ້ອມຍາມ ແລະສຳນັກງານ, ຊື້ເຮືອໄວແລະ ຣົດຈັກລາດຕະເວນ ພິເສດ ແລະ ອື່ນໆທີ່ຈຳເປັນ.



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.