ສຖານທູດ ອະເມຣິກາ ຊ່ວຍຮັກສາ ມູນມໍຣະດົກ ແລະ ຫລຸດຜ່ອນ ການກືກໜັງສື ຢູ່ລາວ

ທ່ານ Ravic R. Huso ເອກອັຄຣາຊທູຕ ສະຫະຣັຖ ອະເມຣິກາ ປະຈຳລາວ ແລະ ຍານາງ ຄຳເພັງ ໄຊສົມແພງ ຮອງເຈົ້າແຂວງ ແຂວງຫລວງພຣະບາງ ໄດ້ຮ່ວມກັນເປີດ ງານສະແດງ ທີ່ມີຊື່ວ່າ ແສງສວ່າງແລະ ຄວາມເສັຍສະລະ ຕາມທິສດີ ລັດທິເຕົາ ໃນພາກເໜືອ ຂອງລາວ.

ງານດັ່ງກ່າວ ຖືກຈັດຂື້ນຢູ່ ສູນສິລປະ ຊົນເຜົ່າ ໃນແຂວງຫລວງພຣະບາງ ເມື່ອທ້າຍເດືອນກັນຍາ ທີ່ຜ່ານມາ. ທ່ານ Ravic Huso ໄປຢ້ຽມຢາມ ແຂວງ ຫລວງພຣະບາງ ເມື່ອວັນທີ່ 29 ແລະ 30 ເດືອນກັນຍາ; ນອກຈາກໄດ້ໄປ ຮ່ວມເປີດງານ ສະແດງນັ້ນແລ້ວ ທ່ານ Huso ຍັງເຂົ້າຮ່ວມ ການຝຶກອົບຮົມ ເພື່ອປົກປັກຮັກສາ ໃບລານທີ່ວັດໃໝ່ ສຸວັນນະພູມະຣາມ ໃນນະຄອນ ຫລວງພຣະບາງ ນັ້ນນຳດ້ວຍ.

ງານສະແດງ ແສງສວ່າງ ແລະ ຄວາມເສັຍສະລະ ເມື່ອນີ້ ແມ່ນງານເປີດ ຜົນງານຂອງການ ສຶກສາສຳຣວດ ແລະ ການເກັບກຳ ເອກກະສານ ກ່ຽວກັບສາສນາ ແລະ ປະເພນີວັທນະທັມ ຂອງສອງຊົນເຜົ່າ ທີ່ສຳຄັນໃນລາວ ຄືຊົນເຜົ່າ Iu Mien ແລະ Kim Mun.

ໂຄງການຈັດງານ ສະແດງດັ່ງກ່າວ ໄດ້ຮັບເງິນຊ່ວຍເຫລືອ 30,000 ດອນລ່າ ສະຫະຣັຖ ຈາກກອງທຶນຂອງ ເອກອັຄຣາຊທູຕ ເພື່ອຮັກສາ ປະເພນີ ແລະ ວັທນະທັມ ຂອງແຂວງ ຫລວງພຣະບາງ ເອົາໄວ້ບໍ່ໃຫ້ ສູນຫາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org