ເຂຕຮ່ວມມືດ້ານກາຣຄ້າ ຂອງສະມາຊິກອາຊ໊ຽນ

ສປຈີນ ໃຫ້ມີກາຣຈັດຕັ້ງ ເຂຕກາຣຮ່ວມມື ດ້ານກາຣຄ້າ ແລະ ກາຣລົງທຶນຮ່ວມກັບ ປະເທສສະມາຊິກ ອາຊ໊ຽນ.
ຫວາດ ສີມູນ
2010.04.08

ສປຈີນ ສົ່ງເສີມໃຫ້ນັກ ທຸຣະກິຈກາຣຄ້າ ຊາວຈີນ ຈັດຕັ້ງເຂຕກາຣ ຮ່ວມມື ດ້ານເສຖກິຈແລະ ກາຣຄ້າ ກັບບັນດາປະເທສ ສະມາຊິກ ອາຊ໊ຽນ ເພື່ອເປັນກາຣເພີ່ມ ທະວີ ຄວາມຮ່ວມມືໃນ ພູມີພາຄ ໃຫ້ຫລາຍກວ່າເກົ່າ.

ທ່ານ Gao Hucheng ຮອງຣັຖມົນຕຣີ ກະຊວງກາຣຄ້າຈີນ ໃຫ້ຄຳເຫັນດັ່ງກ່າວ ຢູ່ກອງປະຊຸມ ເພື່ອຕຣຽມກາຣຈັດ ງານແສດງສິນຄ້າຈີນ-ອາຊ໊ຽນ ຄັ້ງທີ່ 7 ໃນມື້ວັນພຸທ ຜ່ານມານີ້ ພ້ອມກັບຢືນຢັນວ່າ ກາຣຄ້າຂາຍຣະຫວ່າງ ຈີນ ແລະບັນດາປະເທສ ສະມາຊິກອາຊ໊ຽນ ເພີ່ມທະວີຂຶ້ນ ຢ່າງຫລວງຫລາຍ ໂດຽສະເພາະ ຫລັງຈາກມີ ກາຣຄ້າເສຣີ ຣະຫວ່າງກັນແຕ່ ເດືອນມົກຣາ 2010 ນີ້ເປັນຕົ້ນມາ.

ຂໍ້ມູລກາຣຄ້າຂາຍ ຈາກຫ້ອງກາຣ ພາສີອາກອນ ຣະຫວ່າງ 2 ຝ່າຍໃນໄຕຣມາຕ ທຳອິດຂອງປີ 2009 ຮວມເປັນທັງໝົດ 39.12 ຕື້ດອລລາຣ໌ ສະຫະຣັຖ ທີ່ເປັນອັຕຣາ ເສລັ່ຽເພີ່ມຂຶ້ນ 66% ຂອງຣະຍະດຽວກັນ ໃນປີກ່ອນນັ້ນ.

ສະເພາະສິນຄ້າຈີນ ທີ່ສົ່ງຂາຍໃຫ້ ບັນດາ ປະເທສອາຊ໊ຽນ ເພີ່ມຂຶ້ນ 52.9% ໂດຽມີມູລຄ່າ ທັງໝົດ 18.69 ຕື້ດອລລາຣ໌. ໃນຂະນະດຽວກັນ ສິນຄ້າຈາກ ອາຊ໊ຽນ ເຂົ້າຈີນ ກໍເພີ່ມຂຶ້ນເຊັ່ນກັນ ເຖິງ 80.2% ທີ່ຕົກເປັນມູລຄ່າ ທັງໝົດ 20.43 ຕື້ດອລລາຣ໌.

ຢ່າງໃດກໍຕາມ ເຈົ້າໜ້າກາຣຄ້າ ຂອງຈີນ ຍັງໄດ້ສເນີໃຫ້ທາງ ກາຣກ່ຽວຂ້ອງທັງ ສອງຝ່າຍ ໄດ້ນຳປະຕິບັຕ ຕາມຂໍ້ຕົກລົງ ກາຣຄ້າເສຣີ ຣະຫວ່າງກັນ ໃຫ້ຫລາຍກວ່າ ເກົ່າ ໃນຂັ້ນຕໍ່ໆໄປ ພ້ອມກັບໃຫ້ເພີ່ມ ກາຣຮ່ວມມື ດ້ານກາຣລົງທຶນ ໃນພາຄສ່ວນຕ່າງໆ ໂດຽສະເພາະ ດ້ານກາຣກະເສຕ ດ້ານພັທນາໂຄງຮ່າງ ພື້ນຖານ ແລະ ຊັພຍາກອນມະນຸສ ແລະເພີ່ມຂຍາຍດ້ານ ອຸຕສາຫະກັມ ຕ່າງໆນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.